ວັນທີ 14-15 ຂອງການເດີນທາງທຳມະຍາດຕຣາ 5 ແຜ່ນດິນລ້ອງແມ່ນ້ຳຂອງ ຢູ່ປະເທດໄທ |
---|
![]() |
ພາຍຫຼັງສຳເລັດການເຂົ້າຮ່ວມພິທີໃສ່ບາດ ໃຫຍ່ ຢູ່ເດີນພຣະທາດວັງວຽງຈັນ, ການປູກຕົ້ນໂພ, ພິທີກຳທາງສາສະໜາ ຢູ່ວັດອົງຕື້ ແລະ ທັດສະນະສຶກສາສະຖານທີ່ວັດທະນະທຳ ຈຳນວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ; |
ວັນຕໍ່ມາໄດ້ເຂົ້າຮ່ວມພິທີໃສ່ບາດ ພຣະສົງ 5 ແຜ່ນດິນ ຮ່ວມກັບພຣະສົງ-ສຳມະເນນ ແຂວງສະກົນນະຄ ນ ຈຳນວນ 100 ກວ່າອົງ ເລີ່ມຈາກລານຄົນເມືອງ ໄປຮອດພຣະທາດເຊິງຊຸມ ໂດຍມີພຸດທະສາສະນິກະຊົນ 6 ຊົນເຜົ່າ ມາຈາກຫຼາຍເມືອງເຂົ້າຮ່ວມ, ຈາກນັ້ນ ໄດ້ເດີນທາງໄປວັດມະຫາທາດ ແຂວງນະຄອນພະນົມ, ໄປຢ້ຽມຊົມອານຸສອນສະຖານປະທານໂຮ່ຈິມິນ ຢູ່ບ້ານນາຈອກ ແລະ ພິທີທາງສາສະໜາ ຢູ່ພະທາດພະນົມ ເປັນຕົ້ນ: ພິທີບ່ວງສວງກາບໄຫວບູຊາ, ພິທີສູດມົນ ພຣະສົງ 5 ແຜນດິນ, ພິທີຮົ່ມຜາພະທາດ ແລະ ການປູກຕົ້ນໂພ ເຊິ່ງເປັນສັນຍາລັກແຫ່ງການຕັດສະລູຂອງພະພຸດທະເຈົ້າ, |
2019-11-04 |