ກອງປະຊມສ່ອງແສງປະຈຳໄຕມາດ 1 ປີ 2017 ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ບັນດາກະຊວງ, ອົງ ການທຽບເທົ່າອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2017 ນີ້, ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ
ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນວນທອງ ສຸວັນວິໄຊ ເລຂາທິການ ຫົວໜ້າຫ້ອງການສູນກາງຊາວໜຸ່ມ, ມີເລຂາຊາວໜຸ່ມ, ຄະນະບໍລິຫານງານຊາວໜຸ່ມຈາກບັນດາກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ, ນະຄອນ ຫຼວງວຽງຈັນ ແລະ ສະມາຊິກຊາວໜຸ່ມອ້ອມຂ້າງສູນກາງແນວລາວສ້າງຊາດ.
ໃນວາລະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະ ຈຳໄຕມາດ 1 ປີ 2017 ຂອງ ຄຊປປລ ກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ ທີ່ພົ້ນເດັ່ນໃນ 3 ເດືອນຜ່ານມາ ແມ່ນໄດ້ເອົາໃຈໃສ່ເຜີຍແຜ່ເຊື່ອມຊື່ມເອກະສານທີ່ສຳຄັນໃຫ້ແກ່ສະມາຊິກຊາວໜຸ່ມ ໂດຍໄດ້ມີການປັບປຸງຍົກລະດັບຮູບແບບການສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ສະມາຊິກຂອງຕົນກຳໄດ້ມູນເຊື້ອຂອງຊາດ, ຂອງພັກ, ຂອງກຳລັງ ປກຊ, ປກສ ແລະ ອົງການຈັດຕັ້ງມະຫາຊົນ; ພ້ອມນີ້ ຍັງໄດ້ຜ່ານທິດທາງແຜນການ 3 ເດືອນຕໍ່ໜ້າຕື່ມອີກ. ຈາກນັ້ນ, ເລຂາຊາວໜຸ່ມ ແລະ ຄະນະບໍລິຫານງານຊາວໜຸ່ມ ກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາເຖິງສະພາບແນວຄິດສະມາຊິກຊາວໜຸ່ມ ໃນການປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ເອົາໃຈໃສ່ໃນການເຄື່ອນໄຫວວຽກງານວິຊາສະເພາະ, ສ້າງຂະບວນການດ້ວຍຄວາມຟົດຟື້ນ ແລະ ເປັນປະໂຫຍດແກ່ສັງຄົມ.
ໂອກາດນີ້, ທ່ານ ນວນທອງ ສຸວັນວິໄຊ ເປັນກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໃຫ້ສືບຕໍ່ການປັບປຸງການຈັດຕັ້ງ ຄຊປປລ ໃຫ້ມີຄວາມເຂັ້ມແຂງ, ຊຸກຍູ້ການຈັດຕັ້ງປະຕິບັດຂະບວນການ 4 ບຸກຂອງຊາວໜຸ່ມແຕ່ລະຂັ້ນໃຫ້ມີການເຄື່ອນ ໄຫວຢ່າງຕໍ່ເນື່ອງ, ຈັດຕັ້ງຜັນຂະຫຍາຍ 7 ແຜນງານ 40 ໂຄງການ ທີ່ກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 2 ສະໄໝທີ VII ຮັບຮອງເອົາ ແລະ ສ້າງຂະບວນການດ້ານຕ່າງເພື່ອປີສາມັກຄີມິດຕະພາບສອງຊາດ ລາວ-ຫວຽດນາມ ຄືວັນສົນທິ ສັນຍາຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ແລະ ວັນສຳຄັນຕ່າງໆຂອງຊາດ-ຂອງພັກ ຕື່ມອີກ.
ນອກຈາກນີ້, ທ່ານ ນວນທອງ ສຸວັນວິໄຊ ເປັນກຽດກ່າວມອບໃບຍ້ອງຍໍ ໃຫ້ຄະນະບໍລິຫານງານຊາວໜຸ່ມສູນກາງແນວລາວສ້າງຊາດ ທີ່ໄດ້ຮັບກຽດເປັນເຈົ້າພາບດ້ານສະຖານທີ່ຈັດກອງປະຊຸມ ປະຈຳໄຕມາດ 1 ປີ 2017 ໃນຄັ້ງນີ້ ແລະ ກ່າວຮັບໂດຍແມ່ນ ທ່ານ ແກ້ວຈະເລີນ ເຊ່ຍຍິ້ງຢ່າງ ຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານຊາວໜຸ່ມ ສູນກາງແນວລາວສ້າງຊາດ.