ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມຄະນະກວດກາວຽກງານແນວລາວສ້າງຊາດ

ກົມກວດກາ ສູນກາງແນວລາວສ້າງຊາດ ຈັດກອງປະຊຸມສະຫຼຸບວຽກງານກວດກາແນວລາວສ້າງຊາດ ໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ໂດຍເປັນປະທານຂອງທ່ານ ນ. ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາ ສນຊ, ຮອງປະທານ ສນຊ ທັງເປັນປະທານກວດກາ ສນຊ ມີຄະນະກວດກາກົມກວດກາ ສນຊ ແລະ ມີບັນດາທ່ານຄະນະທີ່ປຶກສາວຽກງານກວດກາ ສນຊ ເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 30 ກັນຍາ 2020 ຜ່ານມານີ້.
ເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວປະຕິບັດໜ້າທີ່ຂອງຄະນະກວດກາວຽກງານແນວລາວສ້າງຊາດ ໃນໄລຍະ 6 ເດືອນຜ່ານມາ, ຮັບຟັງຄໍາຄິດຄໍາເຫັນ, ຄວາມມຸ້ງມາດປາຖະໜາ ແລະ ຫາງສຽງສັງຄົມຂອງຄະນະກວດກາທີ່ບໍ່ປະຈໍາການ, ຕະຫຼອດໄລຍະຜ່ານມາ ໄດ້ຄົ້ນຄວ້າສ້າງລະບຽບການ ແລະ ກົນໄກໃນການເຄື່ອນໄຫວຕິດຕາມກວດກາວຽກງານແນວລາວສ້າງຊາດ ເພື່ອເປັນຄູ່ມືໃນການເຄື່ອນໄຫວໃຫ້ພະນັກງານຂະແໜງກວດກາຢູ່ບັນດາແຂວງ ແລະ ເມືອງ ໂດຍອີງໃສ່ ແຈ້ງການແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍການພົວພັນລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ຄະນະປະຈໍາ ສນຊ ໃຫ້ແນວລາວສ້າງຊາດທົ່ວປະເທດ ແລະ 4 ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ; ຮັບຮອງເອົາຂໍ້ກໍານົດວ່າດ້ວຍລະບຽບການຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກ, ຄໍາສະເໜີ ແລະ ຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນ ຄົ້ນຄວ້າຮຽບຮຽງຫຼັກສູດຝຶກອົບຮົມວຽກງານກວດກາ ຂອງແນວລາວສ້າງ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 8 ແລະ ເຂົ້າຮ່ວມເກັບກໍາຫາງສຽງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນ, ໂຄງການບູລະນະເສັ້ນທາງເລກທີ 13 ເໜືອ ສີເກີດ-ໂພນໂຮງ ຢູ່ແຂວງວຽງຈັນ ແລະ ອື່ນໆອີກ. ພ້ອມກັນນີ້, ຄະນະກວດກາວຽກງານແນວລາວສ້າງຊາດ ໄດ້ວາງທິດທາງ ແລະ ແຜນການໃນ 6 ເດືອນທ້າຍປີ 2020 ຄື: ສືບຕໍ່ຄົ້ນຄວ້າບັນດານິຕິກໍາທີ່ພົວພັນເຖິງວຽກງານກວດກາແນວລາວສ້າງຊາດ; ສືບຕໍ່ປະສານສົມທົບກັບກະຊວງຍຸຕິທໍາຕໍ່ການສະເໜີສ້າງຕັ້ງທະນາຍຄວາມອາສາສະໝັກປະຈໍາ ສນຊ ຕາມການສະເໜີຂອງທີ່ປືກສາເສດຖະກິດ ແລະ ກົດໝາຍ; ສືບຕໍ່ເກັບກໍາສະພາບຫາງສຽງສັງຄົມ ແລະ ຂໍ້ຂ້ອງໃຈຂອງປະຊາຊົນ.
 
info@lfnd.org.la | 021 213754 | (856-21) 453191