
ຄະນະທີ່ປຶກສາ ວຽກງານຂົນຂວາຍປະຊາຊົນ ຂອງສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບວຽກງານຂົນຂວາຍປະຊາຊົນ ສນຊ ໃນວັນທີ 12 ເມສາ 2022 ນີ້, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີທ່ານ ບົວເງິນ ຊາພູວົງ ກໍາມະການ ສນຊ, ຫົວໜ້າຄະນະທີ່ປືກສາວຽກງານຂົນຂວາຍປະຊາຊົນ ພ້ອມດ້ວຍຄະນະ, ຄະນະກົມໂຄສະນາ, ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການບັນຈຸຊັບຊ້ອນກໍາມະການ ສນຊ ເລກທີ 24/ຄປຈ ລົງວັນທີ 25/1/2022; ຮ່າງ ບົດສະຫຼຸບຕີລາຄາ ການເຄື່ອນໄຫວຂອງຄະນະທີ່ປືກສາວຽກງານໂຄສະນາຜ່ານມາ ແລະ ທິດທາງແຜນການວຽກງານຂົນຂວາຍປະຊາຊົນ 5 ປີຕໍ່ຫນ້າ ແລະ ປະຈໍາປີ 2022; ຮ່າງ ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບແລະ ຮ່າງຂໍ້ຕົກລົງວ່າດ້ວຍສິດ ແລະ ໜ້າທີ່ຂອງຄະນະທີ່ປືກສາ ແລະ ຄູ່ຮ່ວມງານ ພ້ອມກັນນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນບົດຮຽນຢ່າງກົງໄປກົງມາ ດ້ວຍບັນຍາກາດອັນຟົດຟື້ນເພື່ອແນໃສ່ປັບປຸງເນື້ອໃນວຽກງານດັ່ງກ່າວໃຫ້ອຸດົມສົມບຸນ ແລະ ມີຈຸດສຸມໃນຕໍ່ໜ້າ.
ໃນກອງປະຊຸມທີ່ມີຄວາມສໍາຄັນນີ້, ທ່ານ ປະທານ ສນຊ ໄດ້ມີຄໍາເຫັນບາງເນື້ອໃນສໍາຄັນດັ່ງນີ້: ກ່ຽວກັບຮ່າງນິຕິກໍາໂດຍສະເພາະແມ່ນຮ່າງຂໍ້ຕົກລົງວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະທີ່ປືກສາ, ທິດທາງແຜນການ 5 ປີຕໍ່ໜ້າ ແລະ ແຜນການປະຈໍາປີແມ່ນໃຫ້ປັບປຸງຕື່ມໂດຍໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດເປັນຕົ້ນແມ່ນການປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ເຊິ່ງວຽກງານປຸກລະດົມຂົນຂວາຍແມ່ນປັດໃຈສໍາຄັນຂອງວຽກງານການເມືອງ-ແນວຄິດ; ພ້ອມກັນນັ້ນ, ທ່ານຍັງໄດ້ໃຫ້ຄໍາແນະນໍາໃນການຈັດຕັ້ງຜັນຂະຫຍາຍ ແລະ ກົນໄກວິທີເຮັດວຽກຂອງຄະນະທີ່ປືກສາ ແລະ ຄູ່ຮ່ວມງານ ສະເພາະພາຍໃນຄະນະທີ່ປືກສາເອງ ແລະ ຕໍ່ກັບຄະນະທີ່ປືກສາອື່ນຂອງ ສນຊ ຕາມເງື່ອນໄຂ ຄວາມເໝາະສົມ.