ເພື່ອເປັນການຜັນຂະຫຍາຍ ຂໍ້ຕົກລົງ ສະບັບເລກທີ 260/ຄປຈ, ລົງວັນທີ 17 ກໍລະກົດ 2020 ວ່າດ້ວຍການຈັດຕັ້ງຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານໂຄສະນາ ສນຊ; ກອງປະຊຸມຄັ້ງນີ້, ເປັນການປຶກສາຫາລື ຍົກສູງຄຸນນະພາບທາງດ້ານວຽກງານໂຄສະນາ ເວົ້າສະເພາະແມ່ນການຂຽນຂ່າວ, ລົງຂ່າວ ການນໍາຂັ້ນສູງ ຕ້ອງຍົກສູງຄຸນະພາບ ເນື້ອໃນສັ້ນກະທັດຮັດແຕ່ຄົບປັດໄຈຂ່າວ, ໃຊ້ຄໍາສັບທີ່ເໝາະສົມຈະແຈ້ງ ວ່ອງໄວທັນກັບເວລາ ພ້ອມກັນນີ້, ຄະນະທີ່ປຶກສາໄດ້ແລກປ່ຽນຄໍາຄິດຄໍາຊີ້ທິດເຍືອງທາງເພື່ອປະກອບສ່ວນກ່ຽວກັບວຽກງານດັ່ງກ່າວ ໃນວັນທີ 9 ຕຸລາ 2020 ນີ້, ທີ່ສູນຝຶກອົບຮົມ ສນຊ ຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານໂຄສະນາ ສນຊ ຮ່ວມກັບ ກົມໂຄສະນາ ໄດ້ເປີດກອງປະຊຸມຂຶ້ນ ໂດຍການເປັນປະທານຂອງທ່ານ ສີສຸພັນ ແສງສະຫວັນ ກຳມະການສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາ ແລະ ຜູ້ຮ່ວມງານວຽກງານໂຄສະນາ ສນຊ, ເປັນກຽດເຂົ້າຮ່ວມຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສນຊ, ມີຄະນະທີ່ປຶກສາ ວຽກງານ ຊົນເຜົ່າ, ສາສະໜາ, ຊັ້ນຄົນ-ອົງການຈັດຕັ້ງສັງຄົມ; ເສດຖະກິດ-ກົດໝາຍ ແລະ ຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານ ໂຄສະນາ ສນຊ ແລະ ບັນດາຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ແລະ ສູນຝຶກອົບຮົມ ສນຊ ເຂົ້າຮ່ວມ 27 ທ່ານ; ພຣະສົງ 2 ອົງ ແລະ ຍິງ 8 ທ່ານ.
ກອງປະຊຸມຄັ້ງນີ້, ມີ 3 ເນື້ອໃນຕົ້ນຕໍຄື: ຜ່ານຮ່າງບົດສະຫຼຸບຫຍໍ້ການເຄື່ອນໄຫວຂອງຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານໂຄສະນາ ໃນ 3 ເດືອນຜ່ານມາ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2020 ເພື່ອແນໃສ່ການປັບປຸງວຽກງານສື່ມວນຊົນ ຂອງ ສນຊ ໃຫ້ມີບາດກ້າວໃໝ່; ໄດ້ຜ່ານຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ຂອງຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານໂຄສະນາ ແລະ ໄດ້ຮັບຟັງບົດລາຍງານຫຍໍ້ຈາກ ພະແນກວິທະຍຸ-ໂທລະພາບ; ພະແນກວາລະສານ-ໜັງສືພິມ ແລະ ພະແນກປະຫວັດສາດ-ຫໍມູນເຊື້ອ ພ້ອມກັນນີ້, ທ່ານ Yang Qinglong ປະທານບໍລິສັດ ຈົ່ງຈູ້ລາວ ຈຳກັດ ໄດ້ມອບເງິນສົດຈໍານວນ 10 ລ້ານ ເພື່ອປະກອບສ່ວນເຂົ້າໃນການປັບປຸງວຽກງານໂຄສະນາ ໃຫ້ດີຂຶ້ນ.