ຄະນະປະຈໍາ ສູນກາງແນວລາວສ້າງຊາດ ໄດ້ສໍາເລັດກອງປະຊຸມຄະນະປະຈໍາ ປະຈໍາເດືອນ ເມສາ 2020
ເຊິ່ງກອງປະຊຸມຄັ້ງນີ້ໄດ້ປະຊຸມຜ່ານລະບົບວີດີໂອຄອນຟີເລນ (Video conference) ຫຼື ເອີ້ນວ່າກອງປະຊຸມຜ່ານທາງຈໍວີດີໂອ, ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍ ໜຶ່ງໃນ 6 ແຜນງານ ຂອງສູນກາງແນວລາວສ້າງຊາດ ເຊິ່ງແມ່ນແຜນງານທີ່ V ໂດຍແມ່ນ ການພັດທະນາພື້ນຖານໂຄງລ່າງຂອງແນວລາວສ້າງຊາດ ແລະ ຫັນເປັນທັນສະໄໝ; ພ້ອມກັນນັ້ນ, ກໍເປັນການຫຼີກລ່ຽງການແຜ່ລະບາດ ເຊື້ອພະຍາດໂຄວິດ 19 ຕາມຄໍາສັ່ງ ເລກທີ 06/ນຍ. ກອງປະຊຸມໄດ້ຮັບຟັງການລາຍງານຜົນການ ຈັດຕັ້ງປະຕິບັດວຽກງານຂອງແຕ່ລະກົມຕາມບົດບັນທຶກກອງປະຊຸມປະຈໍາເດືອນມີນາທີ່ຜ່ານມາ ແລະ ທິດທາງແຜນການ ເຄື່ອນໄຫວໃນເດືອນພຶດສະພາ 2020.
ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 27 ເມ ສາ 2020 ນີ້.