ກອງປະຊຸມຄົບຄະນະກຳມະການແນວລາວສ້າງຊາດເມືອງ ໄຊພູທອງ ແຂວງສະຫວັນນະເຂດ ຄັ້ງທີ 1 ສະໄໝທີ IV ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 23 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ, ໂດຍການເປັນປະທານຂອງທ່ານ ພົມມາ ສົງວິໄລ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ເປັນກຽດເຂົ້າຮ່ວມມີ ທ່ານ ບຸນຍົງ ຈັນນີຍະວົງ ກຳມະການພັກແຂວງ ຮອງປະທານແນວລາວສ້າງຊາດແຂວງ , ທ່ານ ຄຳວິໃສ ຜຸຍຍະວົງ ກຳມະການພັກແຂວງ ເຈົ້າເມືອງໄຊພູທອງ , ມີຄະນະກຳມະການແນວລາວສ້າງຊາດເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ປະທານແນວລາວສ້າງຊາດເມືອງໄຊພູທອງ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ແລະ ຄາດໜາຍສູ້ຊົນໃນຕໍ່ໜ້າ, ກອງປະຊຸມໄດ້ຮັບຮອງເອົາ ທ່ານ ພົມມາ ສົງວິໄລ ຄະນະປະຈຳພັກເມືອງ ເປັນປະທານແນວລາວສ້າງຊາດເມືອງ, ທ່ານ ນາງ ວິໄລພອນ ມີໄຊບົວ ແລະ ທ່ານ ສີສະນະ ມາໄລວັນ ເປັນຮອງປະທານແນວລາວສ້າງຊາດເມືອງ ແລະ ໄດ້ຮັບຮອງເອົາຄະນະກຳມະການແນວລາວສ້າງຊາດເມືອງ ຈຳນວນ 33 ທ່ານ, ຍິງ 02 ທ່ານ, ພຣະສົງ 03 ອົງ.
ໃນຕອນທ້າຍ ທ່ານ ບຸນຍົງ ຈັນນີຍະວົງ ໄດ້ເນັ້ນຕໍ່ກອງປະຊຸມວ່າ : ໃຫ້ຄະນະນະກຳມະການແນວລາວສ້າງຊາດເມືອງ ຈົ່ງສຶກສາຄົ້ນຄວ້າກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງວຽກງານແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂອງພັກໃນໄລຍະໄໝ່ ເພື່ອໃຫ້ສາມາດເຊຶ່ອມຊຶ່ ແລະ ກຳແໜ້ນ ແລະ ນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຢູ່ທ້ອງຖິ່ນຕົນ ໃຫ້ແທດເໝາະກັບຕົວຈິງ , ສຸມໃສ່ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີ, ກຳລັງແຮງໃນທຸກຊັ້ນຄົນ ເຂົ້າຮ່ວມໃນການປົກປັກຮັກສາ ແລະ ສ້າງສາພັດກທະນາເມືອງ ໄຊພູທອງ ໃຫ້ຮຸ່ງເຮືອງສີວິໄລ.
ພ້ອມກັນນັ້ນ, ໄດ້ມອບໃບຍ້ອງຍໍ ຂອງສູນກາງແນວລາວສ້າງຊາດ ແລະ ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄືອນໄຫວວຽກງານແນວລາວສ້າງຊາດ ຕະຫຼອດໄລຍະຜ່ານມາ.