ໃນວັນທີ 14 ຕຸລາ 2020 ນີ້, ຄະນະບໍລິຫານງານພັກເມືອງໂພນທອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝ Vlll ຂື້ນ ຢູ່ທີ່ສະໂມສອນຂອງເມືອງດັ່ງກ່າວ ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ສະຫາຍ ສີທົນ ແກ້ວພູວົງ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ມີ ສະຫາຍ ໄພສານ ອ່ອນໄຊວຽງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍໃນຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ເຂົ້າຮ່ວມ.