ອະນຸກຳມະການໂຄສະນາ ແລະ ຂະບວນການ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຈັດກອງປະຊຸມຄົບຄະນະ ຂຶ້ນໃນວັນທີ 22 ທັນວາ 2020 ທີ່ສູນກາງແນວລາວສ້າງຊາດ, ໂດຍການເປັນປະທານ ຂອງສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຫົວໜ້າອະນຸກຳມະການໂຄສະນາ ແລະ ຂະບວນການ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມີບັນດາສະຫາຍຕາງໜ້າຈາກກະຊວງ-ອົງການ ທີ່ຢູ່ໃນອະນຸອະນຸກຳມະການໂຄສະນາ ແລະ ຂະບວນການ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ 14 ພາກສ່ວນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສະຫາຍ ອາລູນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຜ່ານຮ່າງບົດລາຍງານຄວາມຄືບໜ້າ, ຄວາມພ້ອມໃນການກະກຽມດ້ານຕ່າງໆ ແລະ ແຜນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຂອງອະນຸກຳມະການໂຄສະນາ ແລະ ຂະບວນການ ໂດຍຫຍໍ້. ພ້ອມກັນນັ້ນ, ບັນດາສະຫາຍໃນຄະນະຮັບຜິດຊອບ ໄດ້ມີການປະກອບຄຳຄິດຄຳເຫັນ ຕໍ່ບັນດາເນື້ອໃນຂອງຮ່າງບົດລາຍງານ ແລະ ຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ຢ່າງກົງໄປກົງມາ.
ສະຫາຍ ປອ ໄຊສົມພອນ ພົມວິຫານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຮ່າງບົດລາຍງານ ແລະ ບັນດາສະຫາຍ ທີ່ໄດ້ປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມຄັ້ງນີ້ ແລະ ສະຫາຍ ຍັງໄດ້ເນັ້ນຕື່ມວ່າ: ໃຫ້ມີການປະສານສົມທົບກັນໃນການວາງສະແດງຮູບພາບຢູ່ກອງປະຊຸມ, ການຕິດປ້າຍໂຄສະນາຢູ່ບັນດາສະຖານທີ່ຕ່າງໆ ໃຫ້ສຳເລັດກ່ອນວັນທີ 3 ມັງກອນ 2021, ໃຫ້ມີການສຳພາດ, ການໂຄສະນາວຽກດີຄົນເດັ່ນ ໃຫ້ກວ້າງຂວາງຫຼາຍຂຶ້ນ; ໃຫ້ສືບຕໍ່ຊຸກຍູ້ຂະບວນການອະນາໄມລວມ ຢູ່ຕາມບັນດາເສັ້ນທາງ ແລະ ສະຖານທີ່ຕ່າງໆ ຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ໃຫ້ເປັນຂະບວນການຟົດຟື້ນ; ໂຄສະນາຊຸກຍູ້ຂະບວນການຜະລິດກະສິກຳ ແລະ ອຸດສາຫະກຳເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ສຸມໃສ່ການໂຄສະນາຜ່ານສື່ຕ່າງໆ ໃຫ້ມີຄວາມຄຶກຄື້ນກວ່າເກົ່າ.