ກອງປະຊຸມທາງໄກ ລະຫວ່າງ ສະພາແຫ່ງຊາດ-ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ 2021 ທີ່ສູນກາງແນວລາວສ້າງຊາດ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເປັນກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ມີບັນດາທ່ານຄະນະປະຈຳສະພາແຫ່ງຊາດ, ຄະນະປະຈຳສູນກາງແນວລາວສ້າງຊາດ, ຕາງໜ້າຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນກຳມະບານລາວ, ສູນກາງສະຫະພັນແມ່ຍິງລາວ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ເຂົ້າຮ່ວມ.
ໃນກອງປະຊຸມທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຜ່ານບົດຄຳເຫັນໃນຫົວຂໍ້: ການປະຕິບັດສິດ ແລະ ໜ້າທີ່ໃນການຕິດຕາມກວດກາ ຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຕິດພັນກັບການປະຕິບັດຂໍ້ຕົກລົງສະບັບເລກທີ 01/ຄປຈ. ພ້ອມກັນນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ມີການປະກອບຄຳຄິດຄຳເຫັນເພື່ອປຶກສາຫາລື ແລະ ຄົ້ນຄວ້າຕໍ່ກັບວຽກງານດັ່ງກ່າວ ຢ່າງກົງໄປກົງມາຕື່ມອີກ.
ໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນສະຫຼຸບ ແລະ ກ່າວປິດກອງປະຊຸມ.