ກອງປະຊຸມທາງໄກ ລະຫວ່າງ ສູນກາງແນວລາວສ້າງຊາດ ກັບແນວລາວສ້າງຊາດ ບັນດາແຂວງທົ່ວປະເທດ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ 2021 ນີ້ ທີ່ສູນກາງແນວລາວສ້າງຊາດ, ໂດຍການເປັນປະທານ ຂອງ ທ່ານ ນາງ ຄຳຈັນ ພົມແສງສະຫວັນ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານສູນກາງແນວລາວສ້າງຊາດ; ມີປະທານ-ຮອງປະທານ ແລະ ຂະແໜງການຕ່າງໆ ຂອງແນວລາວສ້າງຊາດ ແຂວງທົ່ວປະເທດ ແລະ ມີຫົວໜ້າກົມ-ຮອງກົມ ຂອງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.
ກອງປະຊຸມ, ທ່ານ ໄທລໍ່ ຫວາເຊັ້ງ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ ໄດ້ຜ່ານຮ່າງບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ເຊິ່ງໄດ້ຍົກໃຫ້ເຫັນການຕີລາຄາຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງແນວລາວສ້າງຊາດ ໃນໄລຍະ 5 ປີທີ່ຜ່ານມາ ແລະ ການສຶບຕໍ່ບູລະນະວຽກງານແນວໂຮມໃນໄລຍະໃໝ່, ທິດທາງ, ໜ້າທີ່, ຄາດໝາຍ ແລະ ແຜນວຽກຈຸດສຸມ ຂອງຄະນະກຳມະການແນວລາວສ້າງຊາດ ໄລຍະ ປີ 2021-2026; ຜ່ານຮ່າງແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2021-2025). ທ່ານ ນາງ ສີພະຈັນ ນັນທະວົງສາ, ຄະນະປະຈຳ ຫົວໜ້າກົມກວດກາ ສູນກາງແນວລາວສ້າງຊາດ ໄດ້ຜ່ານຮ່າງກົດລະບຽບ ສະໄໝທີ XI ຂອງແນວລາວສ້າງຊາດ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຕໍ່ບັນດາເນື້ອໃນຂອງ 3 ເອກະສານດັ່ງກ່າວ ເພື່ອແລກປ່ຽນບົດຮຽນເຊ່ິງກັນ ແລະ ກັນ ຢ່າງກົງໄປກົງມາ.
ໂອກາດນີ້, ທ່ານ ນາງ ຄຳຈັນ ພົມແສງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາແຂວງທີ່ໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມໃນຄັ້ງນີ້ ແລະ ໃຫ້ຄະນະຮັບຜິດຊອບ ຈົ່ງນຳເອົາຄຳຄິດຄຳເຫັນດັ່ງກ່າວ ໄປຄົ້ນຄວ້າ ເພື່ອປັບປຸງເນື້ອໃນຂອງ 3 ເອກະສານໃຫ້ສຳເລັດ ແລະ ສົມບູນ.
ບ.ກ ໂດຍ: ໄພຈິດ
ພາບ+ຂ່າວ: ເຢ້ ຢ່າ