ໃນວັນທີ 19 ມີນາ 2021 ນີ້, ສູນກາງແນວລາວສ້າງຊາດ ໄດ້ປະຊຸມທາງໄກ ກັບສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ກຳປູເຈຍ; ຕາງໜ້າສູນກາງແນວລາວສ້າງຊາດ ໂດຍທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ຕາງໜ້າສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ຟຸງ ແຄງ ໄຕ໋ ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຕາງໜ້າສະພາແນວໂຮມສາມັກຄີພັດທະນາມາຕຸພູມ ກຳປູເຈຍ ໂດຍທ່ານ ແຢມ ວາລີ ກຳມະການສູນກາງພັກປະຊາຊົນກຳປູເຈຍ, ຮອງປະທານຜູ້ປະຈຳການ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ກຳປູເຈຍ ພ້ອມດ້ວຍຜູ້ແທນຂອງທັງ 3 ຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ແຢມ ວາລີ ໄດ້ຜ່ານບົດຖະແຫຼງການຮ່ວມ ກ່ຽວກັບຜົນໄດ້ຮັບ ຂອງກອງປະຊຸມສາມປະທານແນວໂຮມ ລະຫວ່າງ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ກຳປູເຈຍ, ສູນກາງແນວລາວສ້າງຊາດ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ. ພ້ອມກັນນັ້ນ, ໄດ້ຕົກລົງເຫັນດີເອົາບົດບັນທຶກຄວາມເຂົ້າໃຈ ໂຄງການຮ່ວມມື ຂອງທັງສາມຝ່າຍ ທີ່ໄດ້ເຊັນສັນຍາຮ່ວມກັນໃນວັນທີ 26 ພະຈິກ 2020 ຜ່ານມາ, ໄດ້ຕົກລົງນຳເອົາເນື້ອໃນບບົດບັນທຶກດັ່ງກ່າວໄປຈັດຕັ້ງເຜີຍແຜ່ໃຫ້ທຸກຂັ້ນຂອງຕົນ ທັງຊີ້ນຳ-ນຳພາຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ ແລະ ທັງສາມຝ່າຍໄດ້ຕົກລົງເຫັນດີໃຫ້ສູນກາງແນວລາວສ້າງຊາດ ເປັນເຈົ້າພາບຈັດກອງປະຊຸມ ສາມ ປະທານແນວໂຮມ ຄັ້ງທີ 5.
ໂອກາດນີ້, ທ່ານ ນາງ ຄຳຈັນ ພົມແສງສະຫວັນ ກໍໄດ້ສະແດງຄວາມເຫັນດີເປັນເອກະພາບ ແລະ ທ່ານ ໄດ້ກ່າວວ່າ ສູນກາງແນວລາວສ້າງຊາດ ມີຄວາມພ້ອມທີ່ຈະເປັນເຈົ້າພາບຈັດກອງປະຊຸມ ສາມ ປະທານແນວໂຮມ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງທີ 5 ໃນປີ 2023.