ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບອົງການ UNFPA ປະຈຳ ສປປ ລາວໄດ້ຈັດກອງປະຊຸມທົບທວນກ່ຽວກັບຮີດຄອງປະເພນີ ແລະ ວັດທະນະທຳທີ່ເປັນການຈຳແນກ ຫລືໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນບາງກຸ່ມຊົນເຜົ່າ ຢູ່ພາກເຫນືອ, ພາກກາງ ແລະ ພາກໃຕ້. ຈັດຂື້ນໃນລະຫວ່າງ ວັນທີ 25-26 ກັນຍາ 2023 ນີ້ ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ໂດຍການເຂົ້າຮ່ວມ ຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ມີບັນດາທ່ານຫົວຫນ້າ-ຮອງຫົວຫນ້າກົມ, ຫ້ອງການ, ສູນຝືກອົບຮົມ ສນຊ, ຜູ້ຕ່າງຫນ້າຈາກຄະນະກຳມະທິການຮັບຜິດຊອບຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ), ສູນກາງສະຫະພັນແມ່ຍິງລາວ, ສະພາແຫ່ງຊາດ, ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ແລະບັນດາພະນັກງານພາຍໃນ ສນຊ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ແລະການເຄື່ອນໄຫວ ຂອງຄະນະກຳມະທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ສູນກາງແນວລາວສ້າງຊາດ ແລະ ຮັບຟັງການລາຍການກ່ຽວກັບເຜົ່າ ແລະ ກົດປະເພນີຂອງເຜົ່າໃນ ສປປ ລາວ. ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໄດ້ກຳນົດຫຼັກການ ລະບຽບການ ແລະ ມາດຕະການ ກ່ຽວກັບການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າກ່ຽວກັບກົດປະເພນີຕ່າງໆຂອງແຕ່ລະເຜົ່າທີ່ເປັນການຈຳແນກ, ກົດໜ່ວງຖ່ວງດຶງຄວາມກ້າວໜ້າ ແລະ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ; ເພື່ອຄົ້ນຄວ້າການສ້າງຄູ່ມືເຜີຍແຜ່ປູກຈິດສຳນຶກໃຫ້ກັບຜູ້ຊົງຄຸນວຸດທິກ່ຽວກັບການສຶກສາອົບຮົມສ້າງການປ່ຽນແປງພຶດຕິກຳການຈຳແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ແມ່-ເດັກ. ເຊິ່ງໃນກອງປະຊຸມໄດ້ຈັດແບ່ງເປັນກຸ່ມເພື່ອຄົ້ນຄ້ວາ ເພື່ອຄັດເລືອກເອົາບາງກົດປະເພນີທີ່ເປັນຕົວແທນໃຫ້ບາງເຜົ່າໃນ 6 ແຂວງ: ກ່ຽວກັບບັນຫາ ແລະ ວິທີການແກ້ໄຂບັນຫາ ຂອງແຕ່ລະຮີດຄອງ ຫຼື ກົດປະເພນີ ທີ່ເປັນການກົດໜ່ວງຄວາມສະເໝີພາບຍິງ-ຊາຍ ແລະ ກໍ່ໃຫ້ເກີດຄວາມຮຸນແຮງ.
ພ້ອມດຽວກັນນີ້; ທ່ານ ຮອງປະທານ ສນຊ ໄດ້ເນັ້ນຕື່ມອີກວ່າ: ຮຽກຮ້ອງໃຫ້ບັນທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຄວນເອົາໃຈໃສ່ບາງຮີດຄອງປະເພນີຂອງບາງເຜົ່າ ແລະ ຄວນຄຳນຶ່ງເຖິງ ແຕ່ລະຊົນເຜົ່າແມ່ນມີຄວາມເຊື່ອຖືແຕກຕ່າງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະແມ່-ເດັກ ຂອງບາງເຜົ່າໃນປະເທດລາວເຮົາ ສ່ວນຫຼາຍແມ່ນໄດ້ຮັບອິດທິຜົນຄວາມເຊື່ອມາຈາກບັນພະບູລຸດ ແລະ ສ່ວນຫຼາຍເຊື່ອວ່າ ເພດຊາຍເປັນເພດທີ່ມີ ຄວາມເຂັ້ມແຂງກວ່າເພດຍິງ; ສະນັ້ນ ຈິ່ງເຮັດໃຫ້ແມ່ຍິງບໍ່ມີສິດເທົ່າທຽບເພດຊາຍ, ບໍ່ມີສິດເຂົ້າເຖິງການສຶກສາ, ການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ແມ່ຍິງໄດ້ຮັບຜົນກະທົບ ຫຼື ຖືກຄວາມຮຸນແຮງທາງດ້ານຮ່າງກາຍ ແລະ ຈິດໃຈ.
ຂ່າວ: ດວງມະນີ
ພາບ: ສຸກສຳລານ
ບ.ກ: ສືເຊັງ ຈື້ໄຊ
