ໃນວັນທີ 21 ທັນວາ 2020 ນີ້, ຢູ່ຫ້ອງປະຊຸມອົງການແນວລາວສ້າງຊາດ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດ ເຂດເລືອກຕັ້ງທີ III ແລະ ສະພາປະຊາຊົນແຂວງຫຼວງນ້ຳທາ ຊຸດທີ I ໂດຍເປັນປະທານຂອງທ່ານ ນາງ ລັດສະໝີ ມິ່ງບຸບຜາ ກຳມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງ, ມີກຳມະການສູນກາງແນວລາວສ້າງຊາດປະຈຳແຂວງ, ມີບັນດາທ່ານປະທານ, ຮອງປະທານ ຕາງໜ້າສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຫົວໜ້າ, ຮອງຫົວໜ້າຂະແໜງ ເຂົ້າຮ່ວມ 16 ທ່ານ, ຍິງ 6 ທ່ານ.
ໃນກອງປະຊຸມທ່ານ ນາງ ລັດສະໝີ ມິ່ງບຸບຜາ ປະທານແນວລາວສ້າງຊາດແຂວງ ໄດ້ຜ່ານບົດປະກອບຄຳຄິດຄຳເຫັນຂອງສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊາຊົນ ຕໍ່ທີ່ກອງປະຊຸມ ພ້ອມທັງປະກອບຄຳເຫັນ ແລະ ເພີ່ມເຕີ່ມບາງເນື້ອໃນໃຫ້ໜັກແໜ້ນ, ສົມບູນຂຶ້ນຕຶ່ມ ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະຕາມສະພາບຕົວຈິງ.
ຈາກນັ້ນ, ກອງປະຊຸມຕົກລົງເຫັນດີ ໃນບົດປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມສະພາແຫ່ງຊາດ ເຂດເລືອກຕັ້ງທີ III ແລະ ສະພາປະຊາຊົນແຂວງຫຼວງນ້ຳທາ ຊຸດທີ I ໃຫ້ດີຂຶ້ນເທື່ອລະກ້າວ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແນວລາວສ້າງຊາດ.