ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມປະຈຳປີຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ 2021 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ໃນວັນທີ 11 ມັງກອນ 2022 ນີ້, ຢູ່ຫໍວັດທະນະທໍາ ໄກສອນ ພົມວິຫານ. ເປັນກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ,ເປັນປະທານໃນພິທີໂດຍ ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສາພາແຫ່ງຊາດປະຈໍາ ເຂດເລືອກຕັ້ງທີ 13 ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອ ກຕັ້ງທີ 13, ພະແນກການທີ່ກ່ຽວຂ້ອງ ແລະ ແຂກທີ່ເຊີນເຂົ້າຮ່ວມ.

ກອງປະຊູມ ໄດ້ມີການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022; ຮັບຟັງການລາຍງານຈາກທ່ານຮອງເຈົ້າແຂວງ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃຫ້ ເມືອງນອງ ເປັນເມືອງພົ້ນທຸກ, ຮັບຟັງການລາຍງານຈາກຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ກ່ຽວກັບສະພາບການແກ້ໄຂຂໍ້ຂັດແຍ່ງການ ນໍາໃຊ້ທີ່ດິນປູກອ້ອຍໃນຮູບແບບ 2+3 ຢູ່ເມືອງໄຊບູລີ ແລະ ຮັບຟັງການລາຍງານຈາກຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະ ຕິບັດການປ່ຽນແລວນໍ້າທໍາມະຊາດ ໂຄງການຂະຫຍາຍບໍຄໍາ ເຊໂປນ ຂອງບໍລິສັດ ລ້ານຊ້າງ ມິເນໂຣນ ລີມິເຕັດ ເມືອງວິລະບູລີ.

ຈາກນັ້ນ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາະຊາຊົນແຂວງ ກໍ່ໄດ້ມີການປະກອບຄໍາເຫັນຕໍ່ກອງປະຊຸມດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມສົມບູນ ແລະ ຄົບຖ້ວນຂຶ້ນຕື່ມ.

info@lfnd.org.la | 021 213754 | (856-21) 453191