ກອງປະຊຸມປະຈໍາໄຕມາດ 1 ແລະ ທີດທາງແຜນການ ໄຕມາດ 2 ປີ 2021 ຂອງຄະນະບໍລິຫານງານພັກເມືອງລອງ ແຂວງຫຼວງນ້ຳທາ ໄດ້ຈັດຂື້ນໃນວັນທີ 21 ເມສາ ປີ 2021 ຢູ່ສະໂມສອນຂອງເມືອງ, ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສຸດທິປັນຍາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ຄໍາຈັນ ອີນທອງໄຊ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີບັນດາທ່ານຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມທ່ານ ສາລີ ບ໋ອບບີ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາໄຕມາດ 1 ແຕ່ເດືອນມັງກອນ ຫາເດືອນມີນາ ປີ 2021 ຂອງຄະນະບໍລິຫານງານພັກເມືອງ.
ທ່ານ ດຣ ຄໍາຈັນ ອີນທອງໄຊ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊີ່ງທ່ານໄດ້ເນັ້ນຫຼາຍບັນຫາເປັນຕົ້ນແມ່ນ ການຈັດເກັບລາຍຮັບຂອງເມືອງ, ເອົາໃຈໃສ່ໃນການສະກັດກັ້ນການລ່າສັດນໍ້າ-ສັດປ່າແບບດັບສູນ, ການລັກລອບຄ້າຂາຍເຖື່ອນ, ເພີ່ມທະວີໃນການປ້ອງກັນ, ສະກັດກັ້ນກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວີດ 19.