ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມປຶກສາຫາລືກະກຽມດຳ​ເນີນ​ການ​ຄົ້ນຄວ້າ​ບົດ​ວິທະຍາສາດ ວຽກງານ​ແນວ​ໂຮມ “ທິດ​ສະ​ດີ ​ແລະ ພຶດຕິ​ກຳ 70 ປີ ​ແນວ​ລາວ​ສ້າງ​ຊາດ.”

 

ສູນ​ຝຶກ​ອົບຮົມສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມດຳ​ເນີນ​ການ​ຄົ້ນຄວ້າ​ບົດ​ວິທະຍາສາດ ວຽກງານ​ແນວ​ໂຮມ ພາຍ​ໃຕ້​ຫົວ​ຂໍ້ “ທິດ​ສະ​ດີ ​ແລະ ພຶດຕິ​ກຳ 70 ປີ ​ແນວ​ລາວ​ສ້າງ​ຊາດ” ທີ່ສູນ​ຝຶກ​ອົບຮົມສູນກາງແນວລາວສ້າງຊາດ ໃນວັນທີ 9 ກຸມພາ 2023 ນີ້, ໂດຍການເປັນປະທານຂອງ ທ່ານ ຈັນທະ​ວົງ ​ແສນ​ອາມາດ​ມົນຕີ ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ ທ່ານ ​ຮອງ​ປະ​ທານ ​ຜູ້​ບໍ່​ປະຈຳການ ສນຊ, ບັນດາ​ທ່ານຫົວໜ້າ​ກົມ-ຮອງ​ຫົວໜ້າ​ກົມ, ຄະນະ​ທີ່​ປຶກສາ, ກຳມະການ ສນຊ ອ້ອມຂ້າງສູນກາງແນວລາວສ້າງຊາດ ພ້ອມ​ດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ສະ​ເໜີ ​ໂຄງ​ຮ່າງ​ບົດ​ຄົ້ນຄວ້າ​ວິທະຍາສາດ ວຽກງານ​ແນວ​ໂຮມ ​ໃນ​ຫົວ​ຂໍ້ “ທິດ​ສະ​ດີ ​ແລະ ພຶດຕິ​ກຳ 70 ປີ ​ແນວ​ລາວ​ສ້າງ​ຊາດ” ພື້ນຖານ​ທິດ​ສະ​ດີ, ສະພາບ​ການຈັດ​ຕັ້ງ​ປະຕິບັດ, ທິດ​ທາງ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ວຽກງານ​ແນວ​ລາວ​ສ້າງ​ຊາດ ຫຼື ວຽກງານ​ແນວ​ໂຮມ.

ພ້ອມກັນນັ້ນ ບັນດາຜູ້​ແທນ​ທີ່​ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳ​ເຫັນ​ຕໍ່ຫົວ​ຂໍ້ບົດດັ່ງກ່າວ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນບົດຄົ້ນຄວ້າ​ມີຄວາມອຸດົມສົມບູນຂຶ້ນຕື່ມ.

ບກ: ອິນທະຫວາ

ຂ່າວ+ພາບ: ດວງມະນີ

info@lfnd.org.la | 021 213754 | (856-21) 453191