ແນວລາວສ້າງຊາດແຂວງຊຽງຂວາງ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມດ້ານຕ່າງໆຂອງແຕ່ລະອານຸກຳມະການໃນການກະກຽມກອງປະຊຸມໃຫ່ຍຂອງຄະນະກຳມະການ ແນວລາວສ້າງຊາດ ແຂວງຊຽງຊວາງ ຄັ້ງທີ VII ຊື່ງໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງ ທ່ານ ຄຳແສງ ພົມມະວັນ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ເພັດສະໝອນ ດວງປະເສີດ ຮອງປະທານແນວລາວສ້າງຊາດແຂວງ ພ້ອມຄະນະ, ມີບັນດາຫົວໜ້າ, ຮອງຫົວໜ້າອານຸກຳມະການດ້ານຕ່າງໆ ແລະ ພະນັກງານແນວລາວສ້າງຊາດແຂວງເຂົ້າຮ່ວມ ໃນວັນທີ 17 ພະຈິກ 2020
ໃນກອງປະຊູມ ທ່ານ ຄຳແສງ ພົມມະວັນ ຫົວໜ້າຄະນະຊີ້ນຳລວມໃນການດຳເນີນກອງປະຊຸມໃຫ່ຍ ຄັ້ງທີ VII ຂອງຄະນະກຳມະການແນວລາວສ້າງຊາດ ແຂວງຊຽງຂວາງ ໄດ້ໃຫ້ທິດຊີ້ນຳກວດກາຄືນຂອງບັນດາໜ້າວຽກ ໃຫ້ແກ່ບັນດາຫົວໜ້າ, ຮອງຫົວໜ້າ ອະນຸກຳມະການດ້ານຕ່າງໆ ໃນການຈັດຕັ້ງປະຕິບັດໜ້າທີ່ໆໄດ້ຖຶກມອບໝາຍໃຫ້ມີຄວາມຖຶກຕ້ອງ ຕາມເງື່ອນໄຂຄວາມເປັນຈິງ ແລະ ຕາມແຜນການທີ່ວາງໄວ້ ເປັນຕົ້ນ: ບັນດາອະນຸກະມະການດ້ານເນື້ອໃນ, ອະນຸກຳມະການດ້ານຂະບວນການ, ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອະນຸກຳມະການດ້ານອື່ນໆ ໄດ້ມີຄວາມພ້ອມໃນທຸກດ້ານ ພ້ອມທັງມີການປັບປຸງເພື່ອໃຫ້ຮັດກູມ, ມີເນື້ອໃນໜັກແໜ້ນ ແລະ ຮັບປະກັນໃຫ້ມີຄວາມສະຫງົບໂດຍພື້ນຖານ.