ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ຜັກຄາວທອງປະຄອງຮ່າງກາຍ ຕ້ານພະຍາດຮ້າຍ

ໃນວັນທີ 8 ພຶດສະພາ 2020 ຢູ່ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ຜັກຄາວທອງ ປະຄອງຮ່າງກາຍ ຕ້ານຕໍ່ພະຍາດຮ້າຍ, ໂດຍການເປັນປະທານ ຂອງທ່ານ ຮສ.ດຣ. ສົມອົກ ກິ່ງສະດາ, ຮອງປະທານສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມ ຂອງທ່ານ ດຣ.ນາງ ວິພາວັນ ພົມວິຫານ, ທີ່ປຶກສາໂຄງການສົ່ງເສີມຢາຟື້ນເມືອງລາວ, ມີຫົວໜ້າຫ້ອງການ ສນຊ, ຜູ້ຕ່າງໜ້າຈາກກົມ ສນຊ, ຄະນະທີ່ປຶກສາ, ຜູ້ຕ່າງໜ້າຈາກກະຊວງ ສາທາລະນະສຸກ, ແພດໝໍຜູ້ຊໍານານ ແລະ ຜູ້ຊຽງຊານທີ່ກ່ຽວຂ້ອງທາງດ້ານຢາຟື້ນເມືອງລາວ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງການນໍາໃຊ້ຜະລິດຕະພັນຜັກຄາວທອງ ໃນການປິ່ນປົວ-ປ້ອງກັນພະຍາດຕ່າງໆ, ກ່ຽວກັບການນໍາໃຊ້ຜະລິດຕະພັນຜັກຄາວທອງ, ເອກະສານລັກສະນະພຶກສາຊາດ ແລະ ຂະຫຍາຍການປູກຜັກຄາວທອງ. ພ້ອມກັນນັ້ນ ກອງປະຊຸມໄດ້ປຶກສາຫາລື ແລະ ໃຫ້ຄໍາເຫັນກ່ຽວກັບການນໍາໃຊ້ຜະລິດຕະພັນຜັກຄາວທອງ ແລະ ການດໍາເນີນການຜະລິດຕົວຈິງ, ໄດ້ກໍານົດທັດສະນະທີເປັນເອກະພາບກັນກ່ຽວກັບຄວາມເປັນໄປໄດ້ ແລະ ສະເໜີຂັ້ນຕອນການຈັດຕັ້ງປະຕິບັດເພື່ອເປັນພື້ນຖານນໍາສະເໜີໂຄງການດັ່ງກ່າວຕໍ່ຂັ້ນເທິງ.

ທ່ານ ຮສ.ດຣ ສົມອົກ ກິ່ງສະດາ, ຮອງປະທານ ສນຊ ໄດ້ມີຄໍາເຫັນຕໍ່ກອງປະຊຸມດັ່ງກ່າວ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງຢາຟື້ນເມືອງລາວທີ່ມີຄຸນປະໂຫຍດຫຼວງຫຼາຍຕໍ່ສຸຂະພາບ ແລະ ບາງຊະນິດມີລິດໃນການຊ່ວຍຕໍ່ຕ້ານພະຍາດຮ້າຍ, ເຊິ່ງຜັກຄາວທອງກໍ່ແມ່ນພຶດຈາກທໍາມະຊາດຊະນິດໜຶ່ງທີ່ນໍາມາໃຊ້ໃນການປິ່ນປົວພະຍາດໄດ້ຫຼາຍຊະນິດ ແລະ ທ່ານໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງສຸມໃສ່ຄົ້ນຄ້ວາການນໍາໃຊ້ຜະລິດຕະພັນຜັກຄາວທອງ ເພື່ອຊ່ວຍໃຫ້ປະຊາຊົນມີສຸຂະພາບແຂງແຮງໃນການຕ້ານຕໍ່ການແຜ່ລະບາດຂອງເຊື້ອພະຍາດຕ່າງໆ.

 

info@lfnd.org.la | 021 213754 | (856-21) 453191