ແນວວລາວສ້າງຊາດແຂວງຫຼວງນ້ຳທາ ຈັດກອງປະຊຸມປຶກສາຫາລືການກະກຽມກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງການແນວລາວສ້າງຊາດແຂວງ ທີ່ຈະເປີດຂຶ້ນໃນມໍ່ໆນີ້ ໂດຍການເປັນປະທານຂອງທ່ານ ນາງ ລັດສະໝີ ມິ່ງບຸບຜາ ກຳມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງຫຼວງນ້ຳທາ, ມີບັນດາອະນຸກຳມະການຮັບຜິດຊອບທີ່ຖືກແຕ່ງຕັ້ງເຂົ້າຮ່ວມ ໃນຕອນແລງ ວັນທີ 23 ກັນຍາ 2020 ຢູ່ຫ້ອງປະຊຸມອົງການແນວລາວສ້າງຊາດແຂວງ.
ໃນກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຜ່ານມະຕິຕົກລົງແຕ່ງຕັ້ງອະນຸກຳມະການຮັບຜິດຊອບກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ VII ອົງການແນວລາວສ້າງຊາດແຂວງ, ຜ່ານແຜນວຽກໃຫ້ແຕ່ລະອະນຸກຳມະການຮັບຜິດຊອບ; ຈາກນັ້ນ, ບັນດາອະນຸກຳມະການຮັບຜິດຊອບແຕ່ລະພາກສ່ວນໄດ້ປະກອບຄຳຄິດຄຳເຫັນ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ໃສ່ແຜນວຽກ ແລະ ແຕ່ລະໜ້າວຽກ ເພື່ອເຮັດໃຫ້ເນື້ອໃນອຸດົມສົມບູນຂຶ້ນຕຶ່ມ.
ຕອນທ້າຍ ທ່ານ ນາງ ລັດສະໝີ ມິ່ງບຸບຜາ ໄດ້ເນັ້ນໃຫ້ບັນດາອະນຸກຳມະການ ຕ້ອງໄດ້ເອົາໃຈໃສ່ຄົ້ນຄ້ວາ-ວາງແຜນ ເພື່ອຈັດຕັ້ງປະຕິບັດທຸກໆແຜນການເຄື່ອນໄຫວຂອງແຕ່ລະອະນຸກຳມະການ ຕາມພາລະບົດບາດ, ສິດ-ໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.