ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມປຶກສາຫາລື ວຽກງານໜັງສືພິມສາມັກຄີພັດທະນາ

ໃນວັນທີ 21 ມັງກອນ 2020 ນີ້, ກົມໂຄສະນາ-ອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານໜັງສືພິມສາມັກຄີພັດທະນາ ໂດຍເປັນປະທານຂອງທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ຄະນະປະຈໍາ, ຫົວໜ້າກົມໂຄສະນາ-ອົບຮົມ ສນຊ, ມີທ່ານ ດວງຈິດ ສະຫວັນບຸນມີ ຫົວໜ້າບັນນາທິການໜັງສືພິມປະຊາຊົນ ມີບັນດາທ່ານຄະນະທີ່ປຶກສາວຽກງານແນວລາວສ້າງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອເປັນການປຶກສາຫາລືກ່ຽວກັບວຽກງານໜັງສືພິມສາມັກຄີພັດທະນາ, ພ້ອມທັງເປັນການປັບປຸງຮູບແບບການຈັດພິມໃໝ່ໃຫ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານແນວລາວສ້າງຊາດ “ໜັງສືພິມສາມັກຄີພັດທະນາ” ຈະໄດ້ປັບປຸງບາງເນື້ອໃນ, ຮູບແບບ, ຂະໜາດ ແລະ ເຊີນຊວນເພື່ອນຮ່ວມງານທີ່ມີປະສົບ ການໃນການຂຽນບົດປະເພດຕ່າງໆປະກອບສ່ວນຂຽນບົດລົງໃນຄໍລໍາໜັງສືພິມດັ່ງກ່າວ ເປັນຕົ້ນບົດນໍາ, ບົດມູນເຊື້ອແນວລາວສ້າງຊາດ, ວຽກງານຊົນເຜົ່າ, ຄໍລໍາ 50 ຊົນເຜົ່າ, ສາສະໜາ, ຊັ້ນຄົນ-ອົງການຈັດຕັ້ງສັງຄົມ, ສາລະໜ້າຮູ້, ວຽກດີຄົນເດັ່ນ, ວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ເພື່ອເຮັດໃຫ້ຜູ້ອ່ານໄດ້ບົດຮຽນ ແລະ ປະໂຫຍດໃນການອ່ານ.
ໜັງສືພິມສາມັກຄີພັດທະນາອີງໃສ່ຄວາມຮຽກຮ້ອງຕ້ອງການໃນການໂຄສະນາບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດເປັນກະບອກສຽງໃຫ້ແກ່ການປຸກລະດົມ, ສຶກສາອົບຮົມການເມືອງແນວຄິດ ແລະ ເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ “ໜັງສືພິມສາມັກພັດທະນາ” ພາຍໃຕ້ການຊີ້ນຳຂອງຄະນະພັກສູນກາງແນວລາວສ້າງຊາດ ໂດຍສະເພາະ ແມ່ນການຊີ້ນຳໆພາໂດຍກົງ ແລະ ຮອບດ້ານຂອງຄະນະພັກ ຄະນະນຳສູນກາງນແນວລາວສ້າງຊາດ ເຖິງວ່າ ພວກເຮົາຈະປະສົບກັບຄວາມຫຍຸ້ງຍາກຫຼາຍປະການ ແຕ່ໜັງສືພິມສາມັກຄີພັດທະນາ ກໍສາມາດເຮັດຫຼ້ອນໜ້າທີ່ເປັນກະ ບອກສຽງອັນແຫຼມຄົມໃຫ້ແກ່ຄະນະພັກແຕ່ລະຂັ້ນ ໃນການໂຄສະນາສຶກສາອົບຮົມ ເຜີຍແຜ່ແນວທາງລວມຂອງພັກ ໃຫ້ກວ້າງຂວາງ.

info@lfnd.org.la | 021 213754 | (856-21) 453191