ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມປຶກສາຫາລື ແລະ ຊຸກຍູ້ການຜະລິດເປັນສິນຄ້າ

ກອງປະຊຸມປຶກສາຫາລື ແລະ ຊຸກຍູ້ການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ເຂດຈຸດສຸມ ໂພນສະຫວາດ (516) ເມືອງ ລ້ອງຊານ ແຂວງ ໄຊສົມບູນ ໂດຍເປັນປະ ທານ ຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມມີ ທ່ານ ເລັ່ງຊົ່ງ ຕົ່ງສີ ກຳມະ ການພັກແຂວງ ປະທານແນວແຂວງ ໄຊສົມບູນ, ທ່ານ ສິວິໄລ ພົມມະຈັກ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ, ທ່ານ ບຸນກອງ ຊົ່ງປ່າຢິ້ງ ເຈົ້າເມືອງໆ ລ້ອງຊານ, ມີຫ້ອງວ່າການແຂວງ, ແນວລາວສ້າງຊາດເມືອງ, ພະແນກກະສິກໍາ ແລະ ປ່າໄມ້ເມືອງ, ການຈັດຕັ້ງຂອງ 8 ບ້ານ ຂອງເມືອງລ້ອງຊານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 08 ກັນຍາ 2020 ນີ້.

ໃນວາລະກອງປະຊຸມ  ໄດ້ຮັບຟັງລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ. ເຊິ່ງໂຄງການດັ່ງ ກ່າວເປັນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ, ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ແນວລາວສ້າງຊາດແຂວງ ໄຊສົມບູນ. ໃນປັດຈຸບັນ ໂຄງການດັ່ງກ່າວໄດ້ສຸມໃສ່ປັບປຸງລະບົບໂຄງລ່າງພື້ນຖານ ໂດຍສະເພາະ ການບຸກເບີກ ແລະ ຂະຫຍາຍເສັ້ນທາງໂຄງການໃຫ້ກວ້າງຂຶ້ນ, ຕິດຕັ້ງໄຟຟ້າແຮງກາງເຂົ້າໂຄງການເພີ່ມ, ໄດ້ມີການສ້າງສະໝາມເດັກຫລິ້ນ, ສໍາເລັດການສ້າງເຮືອນພັກພະນັກງານ 2 ຫຼັງ 8 ຫ້ອງ, ບ້ານພັກຕາກອາກາດ (ໂຮມສະເຕ) 2 ຫຼັງ, ສໍາເລັດການສ້າງສູນຝຶກອົບຮົມ, ຈົກໜອງປາ, ເຈາະນໍ້າບານດານ 5 ບໍ, ເຮັດຝາຍກັ້ນນໍ້າ ແລະ ກໍາລັງກໍ່ສ້າງເຮືອນພັກອີກ 1 ຫຼັງ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີການປັບປຸງ ແລະ ຂະຫຍາຍພື້ນທີ່ໃນການປູກຝັງ-ລ້ຽງສັດ, ການປູກເຂົ້າໃນແອ່ງ ແມ່ນເຫັນວ່າກາງເດືອນພະຈິກ ຈະໄດ້ເກັບກ່ຽວ, ຈໍາໜ່າຍດອກເຫັດອອກສູ່ຕະຫຼາດແລ້ວ 2 ຊຸດ ປັດຈຸບັນກໍາລັງດໍາເນີນຊຸດທີ່ 3; ພ້ອມດຽວກັນນັ້ນ ໄດ້ສ້າງໂຮງເຮືອນ ປູກໝາກເມ່ລ້ອນ ເພີ່ມອີກ 1 ໂຮງ ລວມແລ້ວເປັນ 4 ໂຮງ ເຊິ່ງໄດ້ຈໍາໜ່າຍໄປແລ້ວ 1 ຊຸດ ປັດຈຸບັນກຳລັງດໍາເນີນປູກຊຸດທີ່ສອງ, ປູກໝາກເຫລັ່ນ ໃນຈໍານວນ 2 ໂຮງ ມີ 2 ຊະ ນິດ ເຊິ່ງຢູ່ໃນຂັ້ນຕອນການເກັບກ່ຽຜົນຜະລິດ ແລະ ຍັງໄດ້ປັບປຸງສວນກ້າເບ້ຍໄມ້ໃຫ້ໝາກ ແລະ ສວນກ້າເຫົ້ງາມັງກອນ ໄດ້ ແລະ ປູກຫຍ້າໃຫ້ສັດ ເຊິ່ງມີຫຍ້າ ລູຊີ ໃນເນື້ອທີ 3 ເຮັກຕາ, ຫຍ້າເບນຽຍພັນປາກຊ່ອງ 3 ໄລ່ ແລະ ປູກສາລີ 2 ໄລ່.  ສໍາລັບວຽກງານລ້ຽງສັດ ແມ່ນໄດ້ມີການຂະຫຍາຍຕົວ, ການແຜ່ພັນເພີ່ມຂຶ້ນ ໂດຍສະເພາະ ແມ່ນງົວພັນນົມ, ໝູປ່າ, ແບ້, ໄກ່ດູກດໍາ, ເປັດເທບ ແລະ ລ້ຽງປາ. ນອກ ຈາກນັ້ນ, ໄດ້ຮັບຟັງການລາຍງານກ່ຽວກັບກອງທຶນສາມັກຄີແນວລາວສ້າງຊາດ ຈາກນາຍບ້ານບ້ານ ສັນປາຕອງ; ຮັບຟັງກ່ຽວກັບ ມາດຖານ, ເງື່ອນໄຂ ການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ. ພ້ອມດຽວກັນນັ້ນ, ໄດ້ປຶກສາຫາລື, ປະກອບຄໍາເຫັນຄໍາເຫັນຕໍ່ບັນຫາຕ່າງໆ ເພື່ອຊ່ວຍກັນແກ້ໄຂຂໍ້ຄົງຄ້າງຕ່າງໆໃຫ້ຫຼຸດໜ້ອຍຖ້ອຍລົງ ແລະ ໂຄງການກ້າວໜ້າຂຶ້ນເລື້ອຍໆ.

ຕໍ່ບັນດາຜົນສໍາເລັດດັ່ງກ່າວ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການປົກ ຄອງເມືອງ, ບ້ານ ແລະ ໂຄງການດັ່ງກ່າວທີ່ມີການພັດທະນາຢ່າງຕໍ່ເນື່ອງ ແລະ ມີໃບໜ້າໃໝ່ ໂດຍສະເພາະແມ່ນ ວຽກງານກອງທຶນສາມັກຄີແນວລາວສ້າງຊາດ, ການພັດທະນາໂຄງລ່າງພື້ນຖານ ແລະ ການຊອກຫາທ່າແຮງບົ່ມຊ້ອນ ໂດຍມີການຊຸກຍູ້ສົ່ງເສີມ ໃຫ້ພໍ່ແມ່ປະຊາຊົນຜະລິດເປັນສິນຄ້າຕິດພັນກັບການທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນ ສຸມໃສ່ການຜະລິດກະສິກໍາ, ການປູກເຂົ້າ, ປູກໝາກໄມ້ກິນໝາກ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ, ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ມີລາຍຮັບຢ່າງຕໍ່ເນື່ອງ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ທ່ານຮອງປະທານ ສນຊ ໄດ້ມີຄໍາເຫັນ ແລະ ເນັ້ນໃຫ້ອົງການປົກຄອງເມືອງລ້ອງຊານສືບຕໍ່ເອົາໃຈ່ໃສ່ໃຫ້ການສະໜັບສະໜູນ ບັນດາກິດ ຈະກຳຕ່າງໆຂອງໂຄງການ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ; ອະທິບາຍໃຫ້ປະຊາຊົນໄດ້ຮັບຮູ້ ເຂົ້າໃຈເຖິງຄວາມສໍາຄັນຂອງໂຄງ ການຢ່າງເລິກເຊິ່ງ; ພ້ອມນັ້ນ, ຄະນະຮັບຜິດຊອບໂຄງການ ກໍຄືກຸ່ມ ບໍລິສັດພົງສະຫວັນ ເຊິ່ງຜ່ານມາເຮັດໄດ້ດີແລ້ວ ໃຫ້ສືບຕໍ່ຈັດຕັ້ງບັນດາກິດຈະກຳທີ່ໄດ້ກໍານົດໃນແຜນການນັ້ນ, ໂດຍສະເພາະ ການຝຶກອົບຮົມໃຫ້ປະຊາຊົນທາງດ້ານຄວາມຮູ້, ດ້ານເຕັກນິກການປູກ-ການລ້ຽງ, ການສ້າງອາຊີບທີ່ໜັ້ນຄົງ  ແລະ ການສ້າງລາຍຮັບໃຫ້ແກ່ຄອບຄົວ; ເພື່ອພ້ອມກັນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວໃຫ້ສໍາເລັດ.

ຫຼັງຈາກນັ້ນ ທ່ານ ຮອງປະທານ ສນຊ ພ້ອມຄະນະ ໄດ້ຢ້ຽມຢາມບັນດາກິດຈະກໍາໃນໂຄງການ ຕື່ມອີກ.

info@lfnd.org.la | 021 213754 | (856-21) 453191