ຄະນະພັກສູນກາງແນວລາວສ້າງຊາດ ແລະ ຄະນະພັກກະຊວງການເງີນ ໄດ້ປືກສາຫາລືກ່ຽວກັບການສ້າງລາຍຮັບເພິ່ມເຕີມ ໃຫ້ແກ່ແນວລາວສ້າງຊາດ ເພື່ອປະກອບເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາ ແລະ ການເຄື່ອນໄຫວທີ່ຈໍາເປັນຂອງຕົນ ເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງ ການເງິນ ມີບັນດາທ່ານຄະນະພັກ, ຄະນະນໍາສູນກາງແນວລາວສ້າງຊາດ ແລະ ກະຊວງການເງີນເຂົ້າຮ່ວມ ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ, ວັນທີ 25 ຕຸລາ 2022 ນີ້.
ເພື່ອເປັນການປັບປຸງ ຮ່າງມະຕິ ກ່ຽວກັບວຽກງານການສ້າງລາຍຮັບເພິ່ມ ຂອງແນວລາວສ້າງຊາດ ໃນໄລຍະໃໝ່ ໂດຍສະເພາະແມ່ນ 5 ແຜນວຽກ ແລະ ຮູບການສ້າງລາຍຮັບເພີ່ມຄື: ຮູບການນໍາໃຊ້ງົບປະມານຂອງລັດ; ລາຍຮັບຈາກການສ້າງຄຸນງາມຄວາມດີຂອງນັກທຸລະກິດທີ່ເປັນກໍາມະການສູນກາງແນວລາວສ້າງຊາດ, ຄະນະທີ່ປືກສາ ແລະ ຄູ່ຮ່ວມງານ; ຈາກການປະກອບສ່ວນແບບສະໝັກໃຈຂອງປະຊາຊົນ, ມູນນິທິພາຍໃນ, ຕ່າງປະເທດ; ຈາກກອງທືນຕ່າງໆ ຂອງແນວລາວສ້າງຊາດ ແລະ ການຮ່ວມມືຂອງອົງການພາຄີ ແລະ ລາຍຮັບຈາກກອງທືນສາມັກຄີ ແລະ ພັດທະນາ ເພື່ອປັບປຸງຮ່າງມະຕິດັ່ງກ່າວໃຫ້ອຸດົມສົມບູນ ແລະ ສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແນວລາວສ້າງຊາດ, ການຜັນຂະຫຍາຍມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ແລະ ກົດໝາຍແນວລາວສ້າງຊາດ ມາດຕາ 37 ແຫຼ່ງລາຍຮັບຂອງແນວລາວສ້າງຊາດ ແຕ່ລະຂັ້ນ: ລາຍຮັບ ຈາກງົບປະມານແຫ່ງລັດ; ລາຍຮັບຈາກການເຄື່ອນໄຫວຫາລາຍໄດ້ທີ່ຖືກຕ້ອງຕາມກົດໝາຍ; ລາຍຮັບຈາກການຊ່ວຍເຫຼືອ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ, ຕ່າງປະເທດ ແລະ ລາຍຮັບອື່ນໆທີ່ຖືກຕ້ອງຕາມກົດໝາຍໃຫ້ເປັນຮູບປະທໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ເປັນຕົ້ນແມ່ນ 5 ແຜນງານ 41 ໂຄງການ ແລະ ຫັນເປັນແຜນງານ, ໂຄງການ ແລະ ກິດຈະກຳ ຂອງທ້ອງຖິ່ນ ເພື່ອເປັນບ່ອນອິງໃນການເຄື່ອນໄຫວ ວຽກງານແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດດີຕາມ 4 ເນື້ອໃນການຫັນປ່ຽນໃໝ່ຂອງວຽກງານແນວໂຮມ: ສ້າງການຫັນປ່ຽນດ້ານຈິດຕະນາການ, ສ້າງການຫັນປ່ຽນທາງດ້ານການເງີນ, ສ້າງການຫັນປ່ຽນໃນຮູບການ ແລະ ວິທີການປຸກລະດົມຂົນຂວາຍ ແລະ ສ້າງການຫັນປ່ຽນຮູບແບບການຮ່ວມສຳພັນ ລະຫວ່າງອົງການພາຄີດ້ວຍກັນ ແລະ ຕິດພັນກັບ 4 ຄ ຂອງແນວລາວສ້າງຊາດຄື: ຄຸນງາມຄວາມດີ; ຄຸນວຸດທິ; ຄຸນນະທໍາ ແລະ ຄວາມສາມັກຄີເປັນປືກແຜ່ນ.