ກົມສາສະໜາ ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ບໍລິສັດ ລາວນີວເພ ເທັກໂນໂລຢີ ຈອຍເວັນເຈີ ຈໍາກັດ ໄດ້ປືກສາຫາລື ກ່ຽວກັບ ແອັບຟຣີແຄເຊີນ ຂອງ newpay ທີ່ໄດ້ຮັບໃບອະນຸຍາດ ເລກທີ 704/ຄລຊ ເພື່ອດໍາເນີນທຸລະກິດການໃຫ້ບໍລິການຊໍາລະເງິນເອເລັກໂຕຣນິກ E-money, ຮັບຊໍາລະແທນ Bill Payment ແລະ ການໂອນເງິນດ້ວຍວິທີທາງເອເລັກໂຕຣນິກ ແລະ ແອັບ LaoBFO ກ່ຽວກັບວຽກງານພຸດທະສາສະໜາສໍາພັນລາວ ໂດຍການເປັນປະທານຂອງທ່ານ ຄະນອງລິດ ສີສົມບູນ ຄະນະພັກ, ຄະນະປະຈໍາ, ຫົວໜ້າກົມສາສະໜາ ສນຊ, ມີທ່ານ ເມກສະຫວ່າງ ພົມມາລີ ຜູ້ອໍານວຍການ ບໍລິສັດ ລາວນີວເພ ເທັກໂນໂລຢີ ຈອຍເວັນເຈີ ຈໍາກັດ, ຕາງໜ້າຈາກກົມໂຄສະນາ ສນຊ ແລະ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ ໃນວັນທີ 22 ມີນາ 2022 ທີ່ສູນກາງນແນວລາວສ້າງຊາດ.
ກອງປະຊຸມຄັ້ງນີ້, ເພື່ອເປັນການປືກສາຫາລື ຄວາມເປັນໄປໄດ້ ໃນຂັ້ນຕອນ ແລະ ວິທີການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ແລະ ເພື່ອສະເໜີໃຫ້ຂັ້ນເທິງຊ່ວຍພິຈາລະນາ.