ກອງປະຊຸມພົບປະທາງໄກ ລະຫວ່າງ ສູນກາງແນວລາວສ້າງຊາດ ກັບ ແນວລາວສ້າງຊາດແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 16 ກໍລະກົດ 2021 ນີ້ ທີ່ສູນກາງແນວລາວສ້າງຊາດ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ຄຳສີ ແພງສະຫວັນ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ໄດ້ລາຍງານສະພາບລວມການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍສັງເຂບ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນວ່າ ໃນໄລຍະຜ່ານມາ ແນວລາວສ້າງຊາດແຂວງໄດ້ເອົາໃຈໃສ່ໃນການສຶກສາອົບຮົມ, ປຸກລະດົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄືແຂວງໄຊຍະບູລີ; ໄດ້ຈັດຕັ້ງປະຕິບັດວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ມາຮອດປະຈຸບັນສາມາດຮັບຮອງບ້ານສາມັກຄີໄດ້ຈຳນວນ 393 ບ້ານ ແລະ ສາມາດປະກາດຮັບຮອງເມືອງສາມັກຄີໄດ້ 6 ເມືອງ.
ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດແຂວງໃນໄລຍະຜ່ານມາ ແລະ ທ່ານ ໄດ້ເນັ້ນຕື່ມວ່າ: ໃຫ້ສືບຕໍ່ຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ໃຫ້ປະຊາຊົນລາວບັນດາຊົນເຜົ່າ ໄດ້ຮັບຮູ້ເຂົ້າໃຈ, ສືບຕໍ່ປຸກລະດົມຄວາມສາມັກຄີປອງດອງກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ; ໃຫ້ມີການປະສານສົມທົບກັບອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ເພື່ອຮ່ວມກັນປຸກລະດົມຂົນຂວາຍມະຫາຊົນ ໃຫ້ມີສ່ວນຮ່ວມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສ້າງການຫັນປ່ຽນກົນໄກການບໍລິຫານ ແລະ ການບໍລິການ ເພື່ອສ້າເງື່ອນໄຂໃນການເຄື່ອນໄຫວວຽກງານຕົວຈິງດ້ານງົບປະມານ ແລະ ພື້ນຖານໂຄງລ່າງ ໃຫ້ແກ່ວຽກງານແນວໂຮມ ແລະ ວຽກງານມະຫາຊົນ ໃນແຕ່ລະໄລຍະ; ພ້ອມກັນນັ້ນ ໃຫ້ສຶບຕໍ່ສຶກສາຄົ້ນຄວ້າມະຕິ 108 ເພື່ອສາມາດກຳແໜ້ນບັນດາເນື້ອໃນ ເປັນຕົ້ນແມ່ນ 4 ທັດສະນະພື້ນຖານ ແລະ ທິດທາງຕົ້ນຕໍວຽກງານແນວໂຮມ ແລະ ວຽກງານມະຫາຊົນ ເພື່ອເປັນບ່ອນອິງໃນການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເປັນກ້າວໆ.