ໃນວັນທີ 16-17 ສິງຫາ 2022 ນີ້, ທີ່ສູນຝຶກອົບຮົມ ສະຫະພັນແມ່ຍິງ ແຂວງ ສາລະວັນ ກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ສນຊ ໄດ້ຈັດກອງປະຊຸມວິຊາການວຽກງານຊົນເຜົ່າ ໃຫ້ແກ່ພະນັກງານແນວລາວສ້າງຊາດ 7 ແຂວງ ເພື່ອເປັນການຖອດຖອນບົດຮຽນວຽກງານຊົນເຜົ່າ ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີທ່ານ ໄທລໍ ຫວາເຊັ້ງ ຄະນະປະຈໍາ, ຫົວໜ້າກົມຊົນເຜົ່າ ສນຊ, ທ່ານ ຄໍາຕາ ໂຮ່ຊົງເລືອງ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດ ແຂວງ ສາລະວັນ, ບັນດາທ່ານຮອງປະທານແນວລາວສ້າງຊາດແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງຊົນເຜົ່າ ຕະຫຼອດຮອດພະນັກງານວິຊາການມາຈາກ 7 ແຂວງ ຄື: ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ພະນັກງານກົມຊົນເຜົ່າ ສນຊ ເຂົ້າຮ່ວມ.
ທ່ານ ຮອງປະທານ ສນຊ ໄດ້ໃຫ້ຮູ້ວ່າ: ກອງປະຊຸມວິຊາການວຽກງານຊົນເຜົ່າ ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຂອງແນວລາວສ້າງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ ກໍຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢ່າງເປັນຂະບວນຟົດຟື້ນ. “ການເພີ່ມທະວີຄວາມສາມັກຄີປຶກແຜ່ນຂອງປະຊາຊົນໃນຊາດ” ແລະ ເສີມຂະຫຍາຍບົດບາດມາດຖານຂອງອົງການແນວລາວສ້າງຊາດ ໃນການໂຄສະນາເຜີຍແຜ່ ແລະ ປຸກລະດົມຂົນຂວາຍບັນດາຊົນເຜົ່າໃຫ້ມີຄວາມຮັບຮູ້ໃໝ່ຕໍ່ແນວທາງນະໂຍບາຍຂອງພັກ-ລັດໄລຍະ 2021-2025; ເພື່ອເປັນການພົບປະ, ສົນທະນາ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງພະນັກງານແນວລາວສ້າງຊາດ ຖືວ່າເປັນວຽກງານປະຕິບັດປົກກະຕິ ແລະ ເພື່ອຍົກສູງຄຸນນະພາບວຽກງານຊົນເຜົ່າ ຂອງແນວລາວສ້າງຊາດ ໃຫ້ດີຂຶ້ນເທື່ອລະກ້າວ, ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ແລະ ທ່ານຮອງປະທານ ສນຊ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານສຳມະນາກອນ ຈົ່ງເພີ່ມທະວີຄວາມຮັບຜິດຊອບສູງ ແລະ ຖ່າຍຖອດເນື້ອໃນບົດຮຽນ, ປະສົບການເຊິ່ງກັນ ລະກັນ, ເອົາໃຈໃສ່ປະຕິບັດໂມງເວລາ ແລະ ພ້ອມກັນຄົ້ນຄ້ວາບັນດາເນື້ອໃນຢ່າງກົງໄປກົງມາ, ອັນສໍາຄັນຕ້ອງສະໜອງບັນດາເອກະສານທີ່ຈໍາເປັນໃຫ້ບັນດານັກສໍາມະນາກອນ ເພື່ອເປັນບ່ອນອີງໃນການຄົ້ນຄ້ວາໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
ທ່ານ ໄທລໍ ຫວາເຊັ້ງ ໄດ້ໃຫ້ຮູ້ກ່ຽວກັບທັດສະນະຂອງພັກ ແລະ ນະໂຍບາຍຂອງລັດ ຕໍ່ວຽກງານຊົນເຜົ່າ ໃນ ສປປ ລາວ ເພື່ອເປັນການປົວແປງຊີວິດການເປັນຢູ່ຂອງແຕ່ລະຊົນເຜົ່າໃຫ້ດີ, ປະຕິບັດສິດເສລີພາບລະຫວ່າງບັນດາເຜົ່າ, ປະຕິບັດຄວາມສະເໝີພາບລະຫວ່າງບັນດາເຜົ່າ, ຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ ຂອງບັນດາເຜົ່າ ໃນການກູ້ຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນອກຈາກນີ້, ຍັງໄດ້ຮັບຟັງວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຊົນເຜົ່າ ຊື່ເອີ້ນ ຂອງບັນດາເຜົ່າ, ວຽກງານຂົນຂວາຍຊົນເຜົ່າ ແລະ ວຽກງານສ້າງຂະບວນການສ້າງບ້ານ ແລະ ຄອບຄົວສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ພ້ອມກັນນີ້ ບັນດາທ່ານເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນບົດຮຽນຢ່າງກົງໄປກົງມາຕໍ່ວຽກງານທີ່ກ່າວມາຂັ້ນເທິງ.
ຂ່າວ+ພາບ: ສຸວັນລີ
ບກ: ສືເຊັ່ງ ຈື້ໄຊ