ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັບບັນດາສະມາຄົມ, ມູນນິທິ ປະຈໍາປີ 2020

ກອງປະຊຸມພົບປະແລກປ່ຽນບົດຮຽນຂອງບັນດາສະມາຄົມ, ມູນນິທິ ປະຈໍາປີ 2020 ໄດ້ຈັດຂຶ້ນ ໃນວັນທີ 18/12/2020 ທີ່ສູນກາງແນວລາວສ້າງຊາດ(ສນຊ)ໂດຍແມ່ນກົມຊັ້ນຄົນ_ການຈັດຕັ້ງສັງຄົມເປັນເຈົ້າການ, ໃຫ້ກຽດເປັນປະທານຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ ເປັນກຽດເຂົ້າຮ່ວມ, ມີທ່ານ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ຮອງປະທານ ສນຊ ມີບັນດາທ່ານຜູ້ຕາງໜ້າຈາກກະຊວງ, ອົງການ, ຄະນະກົມອ້ອມຂ້າງ ສນຊ ແລະ ສະມາຄົມ, ມູນນິທິຕ່າງໆເຂົ້າຮ່ວມ.
ທ່ານ ໄທລໍ ຫວາເຊັ້ງ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ລາຍງານ ສະພາບການເຄື່ອນໄຫວ ວຽກງານການຈັດຕັ້ງສັງຄົມພ້ອມກັນນີ້, ໄດ້ຮັບຟັງການຜ່ານບົດສະຫຼຸບໃນການເຄື່ອນໄຫວຂອງບັນດາສະມາຄົມ, ມູນນິທິ ໃນໄລຍະ 1 ປີຜ່ານມາ ກ່ຽວກັບບົດຮຽນປະສົບການ ແລະ ຜົນງານໃນການເຄື່ອນໄຫວ, ບັນຫາການຮັບເອົາທຶນຈາກອົງການຈັດຕັ້ງສາກົນ ແລະ ບັນດາປະເທດທີ່ໃຫ້ການຊ່ວຍເຫຼືອ;
ໂອກາດນີ້ ທ່ານ ຄໍາໃບ ດໍາລັດ, ຮອງປະທານ ສນຊ ໄດ້ໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ຊິ່ງທ່ານໄດ້ສະແດງ ຄວາມພາກພູມໃຈເປັນຢ່າງຍີ່ງທີ່ໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມພົບປະໃນຄັ້ງນີ້, ຜ່ານການຮັບຟັງການລາຍງານ, ການສະເໜີບົດຮຽນຂອງບັນດາສະມາຄົມມູນນິທິ ເຫັນໄດ້ວ່າ ບັນດາສະມາຄົມ, ມູນນິທິ ຕ່າງໆ ໄດ້ມີຜົນງານປະກອບສ່ວນໃຫ້ກັບສັງຄົມຢ່າງຫຼວງຫຼາຍ, ໄດ້ຮ່ວມກັບຂະແໜງການຂອງລັດແຕ່ລະຂັ້ນ ລົງເຄື່ອນໄຫວ ເພື່ອຊ່ວຍເຫຼືອສັງຄົມບໍ່ວ່າເວລາປົກກະຕິ ກໍ່ຄືເວລາປະສົບໄພພິບັດ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເພື່ອບັນເທົາທຸກ, ບັນເທົາໜາວແກ່ປະຊາຊົນລາວບັນດາເຜົ່າ.
info@lfnd.org.la | 021 213754 | (856-21) 453191