ກອງປະຊຸມພົບປະບັນດາສາສະໜາ ໃນ ສປປ ລາວ ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງພາຍໃນ, ກະຊວງປ້ອງກັນຄວາມສະຫງົບ, ຜູ້ຕາງໜ້າຈາກສາສະໜາຕ່າງໆເຂົ້າຮ່ວມ ໃນວັນທີ 30 ມັງກອນ 2023 ນີ້, ທີ່ສູນກາງແນວລາວສ້າງຊາດ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານສາສະໜາ ຂອງຕົນ ໄລຍະ 1 ປີຜ່ານມາ ຈາກບັນດາສາສະໜາ ໃນ ສປປ ລາວ ແລະ ໄດ້ຮັບຟັງບາງຄໍາຄິດເຫັນຕໍ່ການຈັດຕັ້ງປະຕິບັດວຽກງານສາສະໜາໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານສາສະໜາໃນຕໍ່ໜ້າ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ມີບາງຄໍາເຫັນຕໍ່ກອງປະຊຸມວ່າ: ແນວລາວສ້າງຊາດແມ່ນອົງການທີ່ປະຕິບັດບົດບາດເປັນຫຼັກແຫ່ຼງໃນການເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ຊັ້ນຄົນ-ການຈັດຕັ້ງສັງຄົມ, ສາສະໜາ ປະກອບສ່ວນເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເສີມຂະຫຍາຍສິດເປັນເຈົ້າໃນການປົກປັກຮັກສາວັດທະນະທຳຮີດຄອງປະເພນີອັນດີງາມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ, ສາສະໜາ ແລະ ຊັ້ນຄົນ, ເພດ-ໄວ ຕ່າງໆ. ທຸກສາສະໜາເກີດມາບໍ່ແມ່ນບັງເອີນ ແຕ່ດ້ວຍເຫດ ແລະ ຜົນຂອງມັນຈິ່ງເກີດຂຶ້ນ ຈະຄົງຕົວຢູ່ໄດ້ຕໍ່ເມື່ອມີເຫດມີຜົນຂອງມັນ ສະນັ້ນ, ປັດຊະຍາຄວາມຄິດທີ່ຖືກຕ້ອງທີ່ສຸດ ຖ້າຢາກຢູ່ຮ່ວມກັນໄດ້ ຕ້ອງເຄົາລົບເຊິ່ງກັນ ແລະ ກັນ, ທຸກສາສະໜາລ້ວນແຕ່ດີໝົດ ເພາະວ່າ ສອນໃຫ້ຄົນເປັນຄົນດີ, ແຕ່ເຮົາຕ້ອງຮູ້ວ່າສາສະໜານັ້ນມີ 3-4 ຢ່າງຄື: ທິດສະດີ ຫຼື ລັດທິ, ມີກົງຈັກກົນໄກການຈັດຕັ້ງຂອງທຸກສາສະໜາ ແລະ ອັນທີ 3 ແມ່ນມີບຸກຄະລາກອນມີຄົນໄປປະຕິບັດ ແລະ ວິທີແກ້ໄຂບັນຫາສາສະໜາ ທີ່ດີທີ່ສຸດແມ່ນແກ້ໄຂດ້ວຍການເຫັນອົກເຫັນໃຈກັນ ການສ້າງຄວາມສາມັກຄີເປັນປຶກແຜ່ນ; ນອກຈາກນັ້ນ, ທ່ານໄດ້ຊົມເຊີຍບັນດາສາສະໜາໃນ ສປປ ລາວ ທີ່ມີຜົນງານອັນດີເດັ່ນທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຕະຫຼອດໄລຍະຜ່ານມາ ແລະ ຄວນສືບຕໍ່ຮັກສາມູນເຊື້ອອັນດີງາມນັ້ນໄວ້.
ພ້ອມກັນນີ້, ທ່ານປະທານ ສູນກາງແນວລາວສ້າງຊາດ ຍັງໄດ້ຮຽກຮ້ອງ 3 ເພິ່ງຄື: ເພິ່ງບັນດາສາສະໜາຕ່າງໆ ໄປເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດໃຫ້ບັນດາສາສະນິກະຊົນຂອງຕົນ ໃຫ້ປຸກລະດົມຂົນຂວາຍປະຊາຊົນໃຫ້ມີຄວາມສາມັກຄີ, ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນ; ເພິ່ງບັນດາສາສະໜາໃຫ້ເອົາໃຈໃສ່ຍົກລະດັບຝຶກອົບຮົມໃຫ້ບັນດາອາຈານສອນນັກສອນສາສະໜາ ໃຫ້ຮູ້ແນວທາງນະໂຍບາຍຂອງພັກ-ລັດ, ຄໍາພີ-ຫຼັກທໍາຄໍາສອນໃຫ້ເລິກເຊິ່ງ ແລ້ວຈຶ່ງໄປເຜີຍແຜ່ຕໍ່ສາສະນິກະຊົນ; ພິເສດ ເພິ່ງ ນໍາເອົາ 2 ວາລະແຫ່ງຊາດ ໄປເຜີຍແຜ່ໃຫ້ທົ່ວເຖິງປະຊາຊົນລາວບັນດາເຜົ່າ.