ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມພົບປະລະຫວ່າງປະທານສູນກາງແນວລາວສ້າງຊາດ ແລະ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ

ກອງປະຊຸມພົບປະສອງຝ່າຍແບບທາງໄກ ໂດຍຜ່ານວີດີໂອຄອນເຟີເຣນ ລະຫວ່າງ ປະທານສູນກາງແນວລາວສ້າງຊາດ ແລະ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໄດ້ຈັດຂຶ້ນໃນວັນທີ 29 ມິຖຸນາ 2021 ນີ້ ທີ່ສູນກາງແນວລາວສ້າງຊາດ(ສນຊ), ຕາງໜ້າຄະນະປະຈໍາສູນກາງແນວລາວສ້າງຊາດ (ສນຊ) ໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ຕາງໜ້າສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໂດຍທ່ານ ຫວັງ ຢາງ ຄະນະປະຈໍາກົມການເມືອງສູນກາງພັກຄອມມູນິດຈີນ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ພ້ອມດ້ວຍຜູ້ແທນ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້ ທັງສອງຝ່າຍໄດ້ແຈ້ງສະພາບພາຍໃນປະເທດ ໃຫ້ກັນ ແລະ ກັນຮັບຊາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ ສອງລັດ ໂດຍສະເພາະສູນກາງແນວລາວສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໃນໄລຍະຜ່ານມາ ຊຶ່ງໄດ້ການປະກອບສ່ວນເສີມຂະຫຍາຍສາຍພົວພັນທີ່ເປັນຮູບປະທໍາຫລາຍດ້ານເປັນຕົ້ນ: ການສ້າງສູນຝຶກອົບຮົມ, ການຊ່ວຍເຫລືອພາຫະນະ, ຄອມພິວເຕີ ແລະອື່ນໆ. ທັງສອງຝ່າຍກໍໄດ້ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ເປັນຕົ້ນແມ່ນ: ໝາກຜົນການນໍາພາຂອງພັກທັງສອງປະເທດ ເຊິ່ງ ສປ ຈີນ ຫາກໍ່ສໍາເລັດການສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີໃນເດືອນມິຖຸນາ 2021 ນີ້. ສໍາລັບພັກປະຊາຊົນປະຕິວັດລາວ ແມ່ນໄດ້ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຕົ້ນປີ 2021ນີ້. ໃນຂົງເຂດວຽກງານສອງອົງການພວກເຮົາ ແມ່ນໄດ້ປຶກສາຫາລືການເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ວຽກງານການປຸກລະດົມ-ຂົນຂວາຍ, ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການປະກອບສ່ວນຂອງອົງການແນວໂຮມ ຕໍ່ພາລະກິດການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ, ການຮ່ວມມືແກ້ໄຂບັນຫາຢາເສບຕິດ, ການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ການພັດທະນາສູນຝຶກອົບຮົມ ສນຊ ແລະ ວຽກງານການສ້າງມູນນິທິລາວ-ຈີນ. ພ້ອມກັນນັ້ນທ່ານ ຫວັງ ຢາງ ຍັງໄດ້ເຊື້ອເຊີນທ່ານປະທານ ສນຊ ໄປຢ້ຽມຢາມ ສປ ຈີນ ໃນໂອກາດທີ່ເໝາະສົມ.

ສູນກາງແນວລາວສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ຈະສືບຕໍ່ຮັກສາບົດບັນທຶກຮ່ວມມືກັນ ລະຫວ່າງ ສອງຝ່າຍ ໃນໄລຍະແຕ່ປີ 2019-2024 ເປັນຕົ້ນແມ່ນບັນດາໂຄງການທີ່ໄດ້ລົງນາມມາກ່ອນ ໃຫ້ໄດ້ຮັບໝາກຜົນ ແລະຈະພ້ອມກັນເສີມຂະຫຍາຍແຜນຍຸດທະສາດແບບ ຮອບດ້ານ, ໝັ້ນຄົງ, ຍາວນານ ລະຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ.

info@lfnd.org.la | 021 213754 | (856-21) 453191