ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສາ້ງຊາດ(ສນຊ) ຈັດກອງປະຊຸມລະດົມເຄື່ອງຊ່ວຍເຫຼືອເພື່ອຕ້ານໄພໜາວ ທົ່ວປະເທດ ຂຶ້ນໃນວັນທີ 29 ມັງກອນ 2021 ທີ່ສູນກາງແນວລາວສາ້ງຊາດ, ໂດຍການເປັນປະທານຂອງທ່ານ ສົມພົງ ມົງຄົນວິໄລ ກຳມະການສູນກາງແນວລາວສ້າງຊາດ, ປະທານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ເປັນກຽດເຂົ້າຮ່ວມມີທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ຄະນະກົມ ພ້ອມດ້ວຍພະນັກງານພາຍໃນກົມຊັ້ນຄົນ-ການຈັດຕັ້ງສັງຄົມ ເຂົ້າຮ່ວມ.
ໃນກອງປະຊຸມ ແມ່ນໄດ້ພ້ອມກັນປຶກສາຫາລືກ່ຽວກັບການລະດົມເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ທີ່ກຳລັງປະສົບກັບໄພທຳມະຊາດ ໂດຍສະເພາະແມ່ນໄພໜາວ ທີ່ປະຊາຊົນກຳລັງພົບຢູ່ໃນປະຈຸບັນ.
ໂອກາດນີ້, ພຣະອາຈານ ພົງສະຫວັນ ອານຸສິນ ຄະນະບໍລິຫານງານສູນກາງອົງການພຸດທະສາສະໜາສຳພັນລາວ, ຫົວຫນ້າຫນ່ວຍງານສັງຄົມສົງເຄາະ, ກຳມະທິການສາທາລະນູປະການສູນກາງ, ປະທານມູນນິທິຊ່ວຍເຫລືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ, ຄະນະທີ່ປືກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານສາສະໜາ ຂອງສູນກາງແນວລາວສ້າງຊາດ ໄດ້ມອບຜ້າຫົ່ມຈຳນວນ 200 ຜືນ ລວມມູນຄ່າ 14 ລ້ານກີບ, ທ່ານ ພັນໂທ ນາງ ສີສະຫຼຽວ ທຳມະເທວາ ກຳມະການສູນກາງແນວລາວສ້າງຊາດ, ຄະນະທີ່ປືກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ມອບຜ້າຕາກະໂລ້ ມູນຄ່າ 3,600,000 ກີບ ແລະ ທ່ານ ພູວົງ ພາມີສິດ ຄະນະທີ່ປືກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ມອບເງິນ ຈຳນວນ 3 ລ້ານກີບ ໃຫ້ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນ ເປັນກຽດກ່າວຮັບໂດຍທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ.