ສູນກາງແນວລາວສ້າງຊາດ(ສນຊ) ຈັດກອງປະຊຸມລະດົມເຄື່ອງອຸປະຖຳຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບໄພທຳມະຊາດ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ຂຶ້ນທີ່ ສນຊ ໃນວັນທີ 23 ຕຸລາ 2020 ນີ້, ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານ ຮອງປະທານ, ກຳມະການ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ ແລະ ສູນຝຶກອົບຮົມ ສນຊ, ມີບັນດາທ່ານ ຕາງໜ້າບັນດາສະມາຄົມ, ມູນນິທິ ແລະ ສາສະໜາຕ່າງໆ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ລາຍງານຜົນກະທົບຈາກໄພທຳມະຊາດນ້ຳຖ້ວມຢູ່ແຂວງສະຫວັນນະເຂດ ໂດຍຫຍໍ້, ເຊິ່ງທ່ານ ໄດ້ໃຫ້ຮູ້ວ່າ ນັບແຕ່ເດືອນກັນຍາ ມາຮອດເດືອນຕຸລາ ໄດ້ມີພະຍຸລິນຟາ ແລະ ພະຍຸນັງກາ ພັດເຂົ້າທາງພາກກາງແລະ ພາກໃຕ້ຂອງ ສປປ ລາວ ໄດ້ເຮັດໃຫ້ແມ່ນ້ຳເຊບັ້ງຫຽງ, ເຊໂປນ, ເຊລະນອງ ແລະ ເຊກອກ ໄດ້ລົ້ນຝັ່ງຖ້ວມໜັກຢູ່ ເມືອງວິລະບູລີ, ເມືອງນອງ, ເມືອງພີນ, ເມືອງເຊໂປນ ແລະ ເມືອງອື່ນໆ; ເຮັດໃຫ້ນ້ຳໄດ້ຖ້ວມ 136 ບ້ານ, 5,135 ຫຼັງຄາເຮືອນ ແລະ 7,291 ຄອບຄົວ; ນ້ຳຖ້ວມສຸກສາລາ, ໂຮງຮຽນ, ເສັ້ນທາງຄົມມະນາຄົມ ແລະ ລະບົບຊົນລະປະທານ ຫຼາຍແຫ່ງ; ເນື້ອທີ່ນາ, ເນື້ອທີ່ທຳການຜະລິດ ແລະ ສວນພຶດຜັກ ເສຍຫາຍຫຼາຍເຮັກຕາ; ຖ້ວມໜອງປາ, ສັດລ້ຽງ ເຮັດໃຫ້ສັດລ້ຽງຈຳນວນໜຶ່ງຕາຍ ແລະ ສູນຫາຍເປັນຈຳນວນຫຼາຍໂຕ. ພ້ອມກັນນັ້ນ, ກໍມີຄອບຄົວຈຳນວນໜຶ່ງໄດ້ອົບພະຍົບອອກຈາກບ້ານໄປພັກອາໄສຊົ່ວຄາວຢູ່ບ່ອນປອດໄພ ແລະ ມີໂຮງຮຽນບາງແຫ່ງໄດ້ຢຸດການຮຽນການສອນເປັນຊົ່ວຄາວ.
ພ້ອມກັນນັ້ນ, ຄະນະທີ່ປຶກສາ, ຜູ້ຮ່ວມງານ ແລະ ກຳມະການ ສນຊ ພ້ອມດ້ວຍ ບໍລິສັດ, ຫ້າງຮ້ານ ແລະ ສະມາຄົມ, ມູນນິທິ ຈຳນວນໜຶ່ງ ກໍໄດ້ນຳເອົາເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດ ລວມເປັນມູນຄ່າ 108 ລ້ານກວ່າກີບ ມາມອບ ໃຫ້ສູນກາງແນວລາວສ້າງຊາດ ເພື່ອນຳໄປມອບຕໍ່ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນຄັ້ງນີ້.
ໂອກາດດັ່ງກ່າວ, ທ່ານ ຄຳໃບ ດຳລັດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍີ່ງຕໍ່ການຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ ແລະ ເງີນຈຳນວນດັ່ງກ່າວ ຂອງແຕ່ລະພາກສ່ວນ ແລະ ທ່ານຍັງໄດ້ເຊີນຊວນອົງການຈັດຕັ້ງ, ບໍລິສັດ, ຮ້າງຮ້ານ, ສະມາຄົມ, ມູນນິທິ, ສາສະໜາຕ່າງໆ ແລະ ບຸກຄົນ ທີ່ມີນ້ຳໃຈຢາກປະກອບສ່ວນຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພທຳມະຊາດນ້ຳຖ້ວມ ຢູ່ແຂວງສະຫວັນນະເຂດ ແລະ ບາງແຂວງຢູ່ພາກກາງ ແລະ ພາກໃຕ້ ແມ່ນສາມາດພົວພັນນຳຄະນະຮັບຜິດຊອບ ໝາຍເລກໂທລະສັບ 020 59881313 ເພື່ອນຳໄປມອບຕໍ່ຊ່ວຍບັນເທົາທຸກແກ່ພີ່ນ້ອງປະຊາຊົນທີ່ໄດ້ຮັບຄວາມລຳບາກຈາກອຸທົກກະໄພ ໃນຄັ້ງນີ້.