ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມລະດົມແນວຄວາມຄິດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກພະຍາດ ໂກວິດ 19 ແກ້ໄຂບັນແຮງງານລາວທີ່ກັບຈາກຕາງປະເທດ ແຂວງສະຫວັນນະເຂດ

ພິທິດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງວ່າການແຂວງສະຫວັນນະເຂດໃນວັນທີ 24 ສິງຫາ 2020 ຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ແຂວງສະຫັວນນະເຂດ, ທ່ານ ສຈ ປອ. ອ່ອດ ພົງສະຫັວນ ກຳມະການສູນກາງແນວລາວສ້າງຊາດ, ຮອງຄະນະທີ່ປືກສາເສດຖະກິດ ກົດໝາຍ ສນຊ ປະທານກຸ່ມບໍລິສັດພົງສະຫວັນ,  ມີບັນດາທ່ານເຈົ້າເມືອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງຈຳນວນ 30 ທ່ານເຂົ້າຮ່ວມ.

ໂອກາດນີ້,  ທ່ານເຈົ້າແຂວງໄດ້ກ່າວໄຂກອງປະຊຸມ ແລະທ່ານໄດ້ເນັ້ນໜັກໃຫ້ໂຄງການກອງທືນສາມັກຄີໃຫ້ເອົາໃຈໄສ່ສຸມໄສ່ແກ້ໄຂບັນຫາການຫວ່າງງານທີ່ມາຈາກຕ່າງປະເທດ ແລະ ການຜະລິດເປັນສິນຄ້າເປັນບັນຫາຮິບດ່ວນ.

ຈາກນັ້ນຄະນະຮັບຜິດຊອບໂຄງການໄດ້ນຳສະເໜີຈຸດປະສົງ ວິທິການການເຂົ້າເຖິງແຫຼ່ງທືນເພື່ອທຳການຜະລິດເປັນສິນຄ້າຕິດພັນກັບການທ້ອງທ່ຽວ ເພຶ່ອຊ່ວຍຜູ້ທີ່ໄດ້ຮັບຜົນກະທົບຂອງການແຜ່ລະບາດພະຍາດໂກວິດ 19, ແລະ ບັນຫາແຮງງານລາວທີ່ກັບມາຈາກຕ່າງປະເທດ, ໂຄງການດັ່ງກ່າວນີ້ຈະສະໜອງແຫຼ່ງທືນຈຳນວນນື່ງໃຫ້ໂດຍແມ່ນຜ່ານກອງທືນສາມັກຄິຂອງ ສູນກາງແນວລາວສ້າງຊາດ, ເປົ້າໝາຍແມ່ນ 14 ເມືອງ 1 ນະຄອນຂອງແຂວງຕາມສະພາບ ແລະ ເງື່ອນໄຂຕົວຈິງ ເພື່ອໃຫ້ເຂົາເຈົ້າໄດ້ເຮັດການຜະລິດ,  ນອກນັ້ນຍັງຈະໄດ້ຊ່ວຍສະໜອງທືນໃຫ້ກັບຜູ້ປະກອບການໃຫ້ສືບຕໍ່ເຮັດການຜະລິດໄດ້ເພື່ອຊ່ວຍສົ່ງເສີມ ແລະ ສືບຕໍ່ສ້າງວຽກເຮັດງານທຳໃຫ້ກັບແຮງງານຫວ່າງງານທີ່ກັບມາຈາກຕາງປະເທດ ໃຫ້ເຂົາເຈົ້າໄດ້ມີວຽກເຮັດງານທຳຢູ່ພາຍໃນແຂວງຂອງຕົນ ນອກຈາກນຊ່ວຍສະໜອງແຫຼ່ງທືນແລ້ວ ຍັງຈະໄດ້ຊອກຫາຕະຫຼາດເພື່ອຮອງຮັບຜະລິດຕະພັນໃຫ້ກັບຜູ້ທີ່ເຂົ້າຮ່ວມກອງທືນສາມັກຄິຕື່ມອີກ, ຈາກນັ້ນຜູ້ເຂົ້າຮ່ວມປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນເພື່ອກະກ່ຽມໃຫ້ແກ່ການຈັດຕັ້ງປະຕິບັດໂຄງການກອງທືນສາມັກຄິໃຫ້ໄດ້ຮັບໝາກຜົນເປັນຢາງດີ.

info@lfnd.org.la | 021 213754 | (856-21) 453191