ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າອົງການແນວລາວສ້າງຊາດເຂົ້າຮ່ວມກອງປະຊຸມລັັດຖະບານເປີດກ້ວາງ II ຄັ້ງທີ ປີ 2021 ຜ່ານລະບົບກອງປະຊຸມທາງໄກ ໃນຕອນເຊົ້າຂອງວັນທີ 23 ທັນວາ 2021 ເຊິ່ງກອງປະຊຸມດັ່ງກ່າວເປີດຂຶ້ນທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະ ມົນຕີ, ສະມາຊິກລັດຖະບານ ແລະ ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຕາງໜ້າຈາກອົງການຈັດ ຕັ້ງຂອງພັກ, ອົງການຈັດມະຫາຊົນ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສຸມໃສ່ປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສ້າງຄວາມເປັນເອ ກະພາບ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນງານຂອງລັດ ຖະບານ ຊຸດທີ IX ໃນປີ 2021, ຜ່ານຮ່າງດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ຮັບຟັງການສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ການຜັນຂະຫຍາຍວຽກງານ 3 ສ້າງ ບົນຈິດໃຈສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກທີ່ກຳນົດໄວ້.
ກອງປະຊຸມ ໃນຄັັ້ງນີ້ ໄດ້ດໍາເນີນໄປເປັນເວລາ 2 ວັນ ຄື: ວັນທີ 23-24 ທັນວາ 2021, ໃນນີ້ ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ໃນ 03 ວາລະສໍາຄັນ ຄື:
1) ຜ່ານຮ່າງສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານປະຈຳປີ 2021 ແລະ ທິດທາງ ປີ 2022, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ທິດທາງ ໃນຕໍ່ໜ້າ; ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດແຜນຕ້ອນຮັບນັກທ່ອງທ່ຽວ.
2) ຮ່າງດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ເພື່ອເປັນການຜັນຂະຫຍາຍມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX;
3) ສະ ຫຼຸບລາຍງານການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ແລະ ທິດ ທາງແຜນການໃນຕໍ່ໜ້າ.
ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນສະພາບການທີ່ພະຍາດໂຄວິດ-19 ຢູ່ປະເທດເຮົາ ຍັງສືບຕໍ່ແຜ່ລະບາດຢູ່ໃນຊຸມຊົນເປັນວົງກ້ວາງ, ດັ່ງນັ້ນ, ກອງປະຊຸມ ຈຶ່ງໄດ້ຈັດຂຶ້ນທັງໃນຮູບແບບເຊິ່ງໜ້າກັນສຳລັບສະມາຊິກລັດຖະບານ ແລະ ຜ່ານລະບົບກອງປະຊຸມທາງໄກ ສຳລັບຫົວໜ້າອົງການພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ່ານເຈົ້າແຂວງ ໃນຂອບເຂດທົ່ວປະເທດ.
ລັດຖະບານ ຊຸດທີ IX, ພາຍຫຼັງໄດ້ຮັບໜ້າທີ່ຢ່າງເປັນທາງການ ໃນເດືອນເມສາ ປີ 2021 ກໍໄດ້ພະຍາຍາມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ ປີ 2021 ທີ່ລັດຖະບານ ຊຸດທີ VIII ໄດ້ສົ່ງຕໍ່ໃຫ້ໂດຍໄດ້ຖືເອົາການກະກຽມ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍບັນຫາຢາເສບຕິດ ເປັນວຽກງານບູລິມະສິດຮີບດ່ວນ ເພື່ອແນ່ໃສ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໃຫ້ມີການຫັນປ່ຽນໃໝ່ ຊຶ່ງໄດ້ດໍາເນີນໄປໃນເງື່ອນໄຂສະພາບການສາກົນ, ພາກພື້ນ ແລະ ພາຍໃນປະເທດ ທີ່ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ເປັນສິ່ງທ້າທາຍຫຼາຍປະການ ໂດຍສະເພາະແມ່ນສົງ ຄາມການຄ້າ ແລະ ເຕັກໂນໂລຊີ ຂອງບາງປະເທດ, ການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເປັນໄພຄຸກຄາມຕໍ່ສັງຄົມມະນຸດ. ຄຽງຄູ່ກັບການປະເຊີນກັບສິ່ງທ້າທາຍດັ່ງກ່າວ ໃນປີ 2021, ລັດຖະບານ ໄດ້ພະຍາຍາມປະຄັບປະຄອງໃນການແກ້ໄຂບັນຫາເສດຖະກິດ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດ ທັງໄດ້ສ້າງພື້ນຖານສຳຄັນຈຳນວນໜຶ່ງ ເພື່ອຢືນຕົວກ້າວຕໍ່ໄປ ໃນປີ 2022 ເຊັ່ນ: ການເປີດເສັ້ນທາງລົດໄຟລາວ-ຈີນ, ການເປີດນຳໃຊ້ໂຄງການທ່າບົກ-ທ່ານາແລ້ງ ໃນຕົ້ນເດືອນນີ້ ຊຶ່ງໄດ້ສ້າງກາລະໂອກາດ ແລະ ທ່າແຮງສໍາຄັນ ທີ່ຈະຊ່ວຍຂັບເຄື່ອນເສດຖະກິດຂອງປະເທດໃຫ້ຟື້ນຕົວຄືນ ໂດຍສະເພາະ ໃນຂະແໜງບໍລິການຂົນສົ່ງສິນຄ້າ ແລະ ທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແຕ່ປີ 2020 ເປັນຕົ້ນມາ. ສໍາລັບການແຜ່ລະບາດຂອງພະຍາດໂຄວິດໃນຊຸມຊົນ ໃນໄລຍະທ້າຍປີ 2021 ເປັນຕົ້ນມາ ໄດ້ເຮັດໃຫ້ຄະ ນະຮັບຜິດຊອບສະເພາະກິດໂຄວິດ-19 ແຕ່ລະຂັ້ນ ລວມທັງ ປະຊາຊົນລາວຈໍານວນບໍ່ໜ້ອຍໄດ້ຮັບຮູ້, ເຂົ້າໃຈ ແລະ ມີທັດສະນະໃໝ່ທີ່ຖືກຕ້ອງກວ່າເກົ່າ ກ່ຽວກັບການຢູ່ຮ່ວມກັບພະຍາດໂຄວິດ-19. ນອກຈາກນັ້ນ, ອັດຕາການສັກວັກຊີນ ຢູ່ພາຍໃນປະເທດ ບັນລຸໄດ້ຕາມຄາດໝາຍທີ່ລັດຖະບານກໍານົດໄວ້ ກໍເປັນເງື່ອນໄຂເບື້ອງຕົ້ນທີ່ດີ ໃນການສຶກສາຄວາມເປັນໄປໄດ້ໃນການເປີດປະເທດ ໃນຕົ້ນປີ 2022 ເພື່ອຮອງຮັບການທ່ອງທ່ຽວ ແລະ ຟື້ນຟູເສດຖະກິດຂອງປະ ເທດ ໃຫ້ກັບສູ່ສະພາບປົກກະຕິ ໄປຄຽງຄູ່ກັບການຮັກສາສຸຂະພາບຂອງປະຊາຊົນລາວ.
ພ້ອມດຽວກັນນີ້, ທ່ານນາຍົກ ລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ກໍຄື ບັນດາທ່ານ ທີ່ເຂົ້າຮ່ວມປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງມາ, ກະ ທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.