ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມວຽກງານໂຄສະນາ ແລະ ຂະບວນການ ຂອງພັກ ຢູ່ແຂວງ ວຽງຈັນ.

ກອງປະຊຸມເຜີຍແຜ່ແນະນໍາວຽກງານໂຄສະນາ ແລະ ຂະບວນການ ໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງພັກ ໂດຍເປັນກຽດເຂົ້າຮວມຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ມີທ່ານ ພວງພັນ ຈັນທະລັງສີ ຮອງປະທານແນວລາວສ້າງຊາດແຂວງ ວຽງຈັນ, ທ່ານ ສີສຸພັນ ວັດທະນະວົງ  ປະທານແນວລາວສ້າງຊາດເມືອງວັງວຽງ ມີບັນດາພະແນກການອ້ອມຂ້າງເມືອງ, ອົງການຈັດຕັ້ງພາຄີ,ກໍາມະການແນວລາວສ້າງຊາດເມືອງ,  ຜູ້ຊົງຄຸນວຸດທິ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງ ວັງວຽງ  ໃນວັນທີ 25 ທັນວານີ້.

ທ່ານ ສີສຸພັນ ວັດທະນະວົງ ປະທານແນວລາວສ້າງຊາດເມືອງ ວັງວຽງໄດ້ລາຍງານກ່ຽວກັນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງວາງອອກ, ໂດຍສະເພາະແມ່ນແຜນການ ແລະ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກໃນແຕ່ລະໄລຍະ, ເປົ້າໝາຍແມ່ນເພື່ອພັດທະນາສ້າງສາເມືອງ ຂອງຕົນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບສຸກ; ຊີວິດການເປັນຢູ່ທີ່ດີ; ສົ່ງເສີມປະຊາຊົນທຳການຜະລິດເປັນສີນຄ້າຕາມເງື່ອນໄຂ ແລະ ສະພາບຕົວຈີງຂອງແຕ່ລະທ້ອງຖີ່ນ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ, ປຸກລະດົມພໍ່ແມ່ປະຊາຊົນທຸກຊັ້ນຄົນພາຍໃນເມືອງຂອງຕົນ ເຂົ້າຮ່ວມຂະບວນການພັດທະນາ-ສ້າງສາປະເທດຊາດ ແລະ ຂະບວນການຕ່າງໆທີ່ສໍາຄັນຂອງພັກຂອງຊາດ ໂດຍສະເພາະ ຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ຄຽງຄູ່ກັນນັ້ນ, ເປັນເຈົ້າການໃນການຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂື້ນພາຍໃນຂອບເຂດທີ່ຕົນຮັບຜິດຊອບ; ທັງນີ້ແມ່ນເພື່ອເຮັດໃຫ້ເມືອງມີຄວາມສະຫງົບປອດໄພ. ພ້ອມດຽວກັນນີ້, ໃນກອງປະຊຸມໄດ້ຮັບຟັງຄໍາແນະນໍາເພີ່ມເຕີມກ່ຽວກັບວຽກງານໂຄສະນາ ແລະ ຂະບວນການ ສະບັບເລກທີ 024/ອຄຂ, ລົງວັນທີ 7 ສິງຫາ 2020; ກົດໝາຍ ວ່າດ້ວຍແນວລາວສ້າງຊາດ ສະບັບປັບປຸງ ແລະ ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ແລະ ການປະກອບຄໍາເຫັນຂອງທ່ານຮອງປະທານແນວລາວສ້າງຊາດແຂວງວຽງຈັນ.

ໂອກາດນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງອົງການປົກ ຄອງເມືອງ ເວົ້າລວມ, ເວົ້າສະເພາະແມ່ນ ແນວລາວສ້າງຊາດເມືອງ ແລະ ປະຊາຊົນຍາດມາໄດ້ ເຊີ່ງມັນແມ່ນປັດໃຈສຳ ຄັນເຮັດໃຫ້ເມືອງ ມີຄວາມສະຫງົບສຸກ, ຊີວິດການເປັນຢູ່ໄດ້ຮັບການພັດທະນາສູ່ບາດກ້າວໃໝ່, ຈຳນວນຄອບຄົວທຸກຍາກຫຼຸດລົງເປັນລຳດັບ, ພ້ອມດຽວກັນນີ້ທ່ານກໍ່ໄດ້ແນະນຳໃຫ້ແນວລາວສ້າງຊາດເມືອງ ນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ກ້ວາງຂວາງ ທົ່ວເຖິງ ແລະ ເປັນຮູບປະທໍາ; ສືບຕໍ່ໂຄສະນາ, ສຶກສາອົບຮົມ, ປຸກລະດົມຂົນ ຂວາຍປະຊາຊົນລາວບັນດາເຜົ່າເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເຜີຍແຜ່ໃຫ້ປະ  ຊາຊົນຮັບຮູ້ເຖີງແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມທີ່ວາງອອກໃຫ້ໄດ້ຮັບໝາກຜົນ. ຊຸກຍູ້ ແລະ ເຂົ້າຮ່ວມປະກອບສ່ວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ແກ້ໄຂຂໍ້ຂັດແຍ້ງຕ່າງໆຢູ່ຮາກຖານໃຫ້ຫຼຸດໜ້ອຍຖ້ອຍລົງເທື່ອລະກ້າວ ແລະ ສືບຕໍ່ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນຕົ້ນແມ່ນ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນ ກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ.

info@lfnd.org.la | 021 213754 | (856-21) 453191