ກອງປະຊຸມສະຫລຸບຖອດຖອນບົດຮຽນ ແລະ ທິດດທາງແຜນການວຽກງານໂຄສະນາ ຂອງແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ 3 ໄລຍະ 5 ປີ ນັບແຕ່ 2016-2020 ແລະ ວາງທິດທາງແຜນການ 5 ປີຕໍ່ຫນ້າ 2021- 2025 ຈັດຂື້ນໃນວັນທີ 25 ກຸມພາ 2021 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽຈັນ; ພາຍໃຕ້ການເປັນປະທານ ຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະທີ່ປຶກສາວຽກງານໂຄສະນາ, ຫ້ອງການ, ບັນດາກົມ ແລະ ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ, ຮອງປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍພະນັກງານ ຂະແໜງໂຄສະນາ ຂອງແນວລາວສ້າງຊາດແຂວງ 18 ແຂວງ ທົ່ວປະເທດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ທ່ານ ນາງ ແພງພັນ ບຸບຜາພອນ ຮັກສາການຫົວໜ້າກົມໂຄສະນາ ສູນກາງແນວລາວ ສ້າງຊາດ ໄດ້ຜ່ານບົດສະຫລຸບໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາ ຂອງສູນກາງແນວລາວ ສ້າງຊາດ ໃນຕະຫຼອດໄລຍະ 5 ປີທີ່ຜ່ານມາ ແລະ ທິດທາງແຜນການ 5 ປີໃນຕໍ່ຫນ້າ, ເຊິ່ງທ່ານໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນ ຄື: ກົມໂຄສະນາໄດ້ມີລາຍການວິທະຍຸ, ລາຍການໂທລະພາບ, ວາລະສານ, ໄດ້ສ້າງຕັ້ງໜັງສືພິມສາມັກຄີພັດທະນາ, ສ້າງ Youtube, Facebook ຂອງສູນກາງ ແນວລາວສ້າງຊາດ, ໄດ້ຈັດພິທີ ປາຖະກະຖາວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ-ລັດ, ພ້ອມກັນນີ້ ໄດ້ມີການຈັດຝຶກອົບຮົມ ແລະ ສົ່ງພະນັກງານໄປຝຶກອົບຮົມວຽກງານການຂຽນຂ່າວ, ຂຽນບົດ ແລະ ການຖ່າຍພາບເປັນຈຳນວນຫຼາຍຄັ້ງ, ໄດ້ ລົງຕິດຕາມເກັບກຳຂ່າວການເຄື່ອນໄຫວ ຂອງຄະນະພັກ, ຄະນະປະຈຳ ສນຊ ເພື່ອໂຄສະນາອອກສື່ຕ່າງໆ ແລະ ສື່ຂອງ ສນຊ ເປັນປົກກະຕິ. ພ້ອມກັນນັ້ນ, ຮັບຟັງບົດສະຫລຸບການໂຄສະນາ ກ່ຽວກັບການເປີດນໍາໃຊ້ຫໍມູນເຊື້ອ ຢູ່ ເມືອງວຽງໄຊ ແຂວງຫົວພັນ, ບົດສະຫລຸບການໂຄສະນາຂໍ້ມູນຂ່າວສານດ້ານຕ່າງໆ ຜ່ານວິທະຍຸ ຂອງແນວລາວສ້າງຊາດ ແຂວງຊຽງຂວາງ, ບົດສະຫລຸບການໂຄສະນາຜ່ານສື່ສັງຄົມອອນລາຍ ຂອງແນວລາວສ້າງຊາດ ແຂວງບໍລິຄໍາໄຊ, ບົດສະຫລຸບການໂຄສະນາ ຂອງແນວລາວສ້າງຊາດ ແຂວງອັດຕະປື ຜ່ານສື່ສີ່ງພີມ ແລະ ໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຂໍ້ສະເໜີຕ່າງໆ ຕໍ່ກັບວຽກງານໂຄສະນາ ຂອງແນວລາວສ້າງຊາດ ຈາກບັນດາແຂວງ ແລະ ຄະນະທີ່ປຶກສາ ຕື່ມອີກ.
ໂອກາດນີ້, ທ່ານ ຮອງປະທານ ສນຊ ໄດ້ເນັ້ນບາງບັນຫາວ່າ: ການເຄື່ອນໄຫວວຽກງານໂຄສະນາ ຂອງແນວລາວສ້າງຊາດ ແຕ່ລະຂັ້ນ ຕ້ອງປິ່ນອ້ອມ ສ້າງການຫັນປ່ຽນອັນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຕ້ອງສຸມໃສ່ໂຄສະນາ, ສຶກສາອົບຮົມຕ້ານ-ຕີຖອຍບັນດາປະກົດການຫຍໍ້ທໍ້ຢູ່ພາຍໃນພັກ ແລະ ໃນສັງຄົມ, ຕິດພັນກັບການສ້າງສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ, ກົດຫມາຍ ແລະ ກົດລະບຽບຂອງພັກ; ຮ່ວມກັບ ພາກສ່ວນກ່ຽວຂ້ອງຄົ້ນຄ້ວາທິດສະດີ ແລະ ພຶດຕິກຳຂອງພັກ, ຄົ້ນຄ້ວາປະຫວັດການເຄື່ອນໄຫວຂອງບັນດາທ່ານຜູ້ນຳ, ປະຫວັດສາດ ແນວລາວສ້າງຊາດ ພ້ອມທັງເອົາໃຈໃສ່ເຜີຍແຜ່ອອກສູ່ສັງຄົມໃຫ້ກ້ວາງຂວາງ; ປັບປຸງລະບົບກົງຈັກການຈັດຕັ້ງ ຂອງວຽກງານໂຄສະນາ ໃຫ້ມີຄວາມຫນັກແຫນ້ນ, ເຂັ້ມແຂງສົມຄູ່ກັບພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານໂຄສະນາ, ເອົາໃຈໃສ່ສ້າງ ແລະ ຍົກລະດັບຖັນແຖວພະນັກງານ ທີ່ເຮັດວຽກໂຄສະນາ ໃຫ້ຖັນແຖວພະນັກງານວິຊາການເກັ່ງ, ຊຳນານງານດ້ານຕ່າງໆ ເປັນຕົ້ນແມ່ນນັກຄົ້ນຄ້ວາຂີດຂຽນ, ນັກໂຄສະນາປາຖະກະຖາ ແລະ ໃຫ້ມີການປັບປຸງລະບົບກົນໄກປະສານງານ ວຽກງານໂຄສະນາ ຂອງແນວລາວສ້າງຊາດ ແຕ່ລະຂັ້ນ ໃຫ້ມີຄວາມວ່ອງໄວ ແລະ ທັນການ.