ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສະຫລຸບ ວຽກງານສະຫະພັນແມ່ຍິງ ສນຊ ປະຈໍາປີ 2020 ແລະ ທິດທາງແຜນການ 2021.

 

ຄະນະບໍລິຫານງານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ (ສຍ ສນຊ) ໄດ້ຈັດກອງປະຊຸມສະຫລຸບວຽກງານສະຫະພັນແມ່ຍິງ ສນຊ ປະຈໍາປີ 2020 ແລະ ທິດທາງແຜນການ 2021ຂຶ້ນ ໃນວັນທີ 19 ກຸມພາ 2021ນີ້ ທີ່ຫ້ອງປະຊຸມໃຫຍ່ ສນຊ ໃຫ້ກຽດເປັນປະທານກອງປະຊຸມໂດຍ ສະຫາຍ ນາງ ແພງພັນ ບຸບຜາພອນ ຮັກສາການຫົວໜ້າກົມໂຄສະນາ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ສນຊ ເປັນກຽດເຂົ້າຮ່ວມຂອງສະຫາຍນາງ ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາພັກ, ຮອງປະທານ ສນຊ, ມີຜູ້ຕາງໜ້າຄະນະໜ່ວຍພັກ, ການຈັດຕັ້ງມະຫາຊົນ ສນຊ ພ້ອມດ້ວຍຄະນະບໍລິຫານງານ ສຍ ສນຊ ແລະ ສະມາຊິກແມ່ຍິງທັງໝົດເຂົ້າຮ່ວມ.

ໃນວາລະກອງປະຊຸມ ໄດ້ຮັບຟັງຮ່າງບົດສະຫລຸບຫຍໍ້ການເຄື່ອນໄຫວວຽກງານແມ່ຍິງ 1 ປີຜ່ານມາ (2020) ແລະ ທິດທາງແຜນການປີ 2021, ບົດສະຫລຸບຫຍໍ້ວຽກງານກອງທຶນຊ່ວຍເຫລືອເຊິ່ງກັນແລະກັນຂອງ ສຍ ສະໄໝທີ XIII, ບົດສະຫລຸບວຽກງານຄັງສະສົມບໍລິຫານ, ປະກາດແຕ່ງຕັ້ງຄະນະຮັບຜິດຊອບກອງທຶນ ສຍ ສນຊ ສະໄໝທີ IVX ພ້ອມກັນນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງວຽກງານປິ່ນອ້ອມຈໍານວນໜຶ່ງເປັນຕົ້ນ: ການກະກຽມເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ເຊິ່ງຈະໄຂຂຶ້ນໃນຕົ້ນເດືອນມີນາ 2021ນີ້, ແຈ້ງການຂອງ ສູນກາງສະຫະພັນແມ່ຍິງລາວ ໃນການຈັດຕັ້ງສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 111ປີ, ການປຸກລະດົມສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມບັ້ນປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ສສຂ ຊຸດທີ II; ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບົດສະຫລຸບຂ້າງເທິງນັ້ນຕື່ມອີກ.

ໂອກາດນີ້ ສະຫາຍຄະນະປະຈໍາພັກ, ຮອງປະທານ ສນຊ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດທາງໃນການນໍາພາ, ການເຄື່ອນໄຫວວຽກງານສະຫະພັນແມ່ຍິງໜຶ່ງປີຕໍ່ໜ້າ ໂດຍຍົກໃຫ້ເຫັນສະພາບລວມຂອງສາກົນ, ພາກພື້ນ, ພາຍໃນປະເທດລາວເຮົາ, ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ 1 ປີຜ່ານມາ, ການປະກອບສ່ວນວຽກງານວິຊາສະເພາະຕາມພາລະບົດບາດ, ວຽກງານກອງທຶນ, ການປະກອບສ່ວນເຂົ້າໃນຂະບວນການຕ່າງໆ ແລະ ເໜັ້ນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງ ສນຊ ພ້ອມດ້ວຍສະມາຊິກແມ່ຍິງທັງໝົດ ຈົ່ງພ້ອມກັນປັບປຸງຈຸດອ່ອນ, ຂໍ້ຄົງຄ້າງຜ່ານມາ ພ້ອມທັງສືບຕໍ່ຝຶກຝົນຕົນເອງໃນການຮຽນຮູ້ພັດທະນາ ແລະ ຄຸນສົມບັດສິນທໍາປະຕິວັດໃຫ້ຮັກສາໄວ້ມູນເຊື້ອອັນດີງາມຂອງແມ່ຍິງລາວ.

 

info@lfnd.org.la | 021 213754 | (856-21) 453191