ຄະນະຮັບຜິດຊອບ ໄດ້ຈັດກອງປະຊຸມສະຫຼຸບການສ້າງຫຼັກສູດຝຶກອົບຮົມຕິດພັນກັບການຜັນຂະຫຍາຍມະຕິ 108/ກມສພ ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສູນກາງແນວລາວສ້າງຊາດ ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຄະນະຮັບຜິດຊອບຈາກ 6ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 12 ມີນາ 2021 ນີ້.
ໃນກອງປະຊຸມ ທ່ານ ນ. ແພງພັນ ບຸບຜາພອນ ຮັກສາການກົມໂຄສະນາ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ ກ່ຽວກັບຂະບວນການກະກຽມສ້າງຫຼັກສູດ ສະຫຼຸບລາຍງານຜົນສໍາເລັດ ຂອງການຄົ້ນຄວ້າເອກະສານຝຶກອົບຮົມ ວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ ໃນໄລຍະໃໝ່ ເຊິ່ງປະກອບມີ 6 ບົດໂດຍໃຊ້ເວລາ 5 ເດືອນກວ່າ, ໄດ້ຕີລາຄາຜົນໄດ້ຮັບ ແລະ ສະເໜີຂໍທິດຊີ້ນໍາຈາກຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອສືບຕໍ່ຜັນຂະຫຍາຍ. ພ້ອມກັນນີ້, ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ວຽກງານດັ່ງກ່າວ. ໃນກກອງປະຊຸມ ໄດ້ມີພິທີມອບໃບກຽດຕິຄຸນໃຫ້ແກ່ 4 ພາກສ່ວນຄື: ສູນກາງຊາວໜຸ່ມປະຊາຊົນລາວ, ສູນກາງສະຫະພັນກໍາມະບານ, ສູນກາງສະຫະພັນແມ່ຍິງ ແລະ ສະຫະພັນນັກຣົບເກົ່າແຫ່ງຊາດລາວ ທີ່ໄດ້ປະກອບສ່ວນປັດໄຈຊຸກຍູ້ເຂົ້າໃນວຽກງານສ້າງ ຫຼັກສູດຝຶກອົບຮົມດັ່ງກ່າວ. ແລະ ໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ບັນດາທ່ານຄະນະຮັບຜິດຊອບຄົ້ນຄວ້າສ້າງຫຼັກສູດ.
ໃນໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການຂີດຂຽນ, ຄົ້ນຄວ້າສ້າງຫຼັກສູດຝຶກອົບຮົມ ແລະ ກວດແກ້ສໍາເລັດໂດຍພື້ນຖານຕາມແຜນການວາງໄວ້ ແລະ ສະເໜີໃຫ້ທຸກພາກສ່ວນນໍາໄປໝູນໃຊ້ເຂົ້າໃນການຝຶກອົບຮົມໃນຂົງເຂດວຽກງານຂອງຕົນໃຫ້ເປົ້າໝາຍຕ່າງໆຕາມພາລະບົດບາດ.