ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສະຫຼຸບການເຄື່ອນໄຫວຂອງຄະນະທີ່່ປຶກສາ ແລະ ຄູ່ຮ່ວມວຽກງານເສດຖະກິດ ແລະ ກົດໝາຍຂອງ ສູນກາງແນວລາວສ້າງຊາດ

ກອງປະຊຸມສະຫຼຸບການເຄື່ອນໄຫວຂອງຄະນະທີ່່ປຶກສາ ແລະ ຄູ່ຮ່ວມວຽກງານເສດຖະກິດ ແລະ ກົດໝາຍຂອງ ສູນກາງແນວລາວສ້າງຊາດ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ມີບັນດາທ່ານຮອງປະທານ, ຄະນະປະຈໍາ ແລະ ຄະນະທີ່ປຶກສາວຽກງານ ສນຊ ເຂົ້າຮ່ວມ ໃນວັນທີ 21 ກໍລະກົດ 2020ນີ້ ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງບົດສະຫຼຸບຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຈາກທ່ານ ສູນທອນ ພົມມະຈັກ ຄະນະກໍາມະການສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກົດໝາຍສູນກາງແນວລາວສ້າງຊາດ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື, ຕີລາຄາ ແລະ ປະກອບ ຄໍາເຫັນໃນວຽກງານເສດຖະກິດ ແລະ ກົດໝາຍ. ຈາກນັ້ນ ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານທີ່ມີຜົນງານອັນພົ້ນເດັ່ນຫຼາຍສົມຄວນ ເປັນຕົ້ນໄດ້ປະກອບສ່ວນວັດຖຸ, ປັດໄຈເຂົ້າໃນການຊ່ວຍເຫຼືອບັນເທົ່າທຸກໃຫ້ປະຊາຊົນທີ່ປະສົບໄພພິບັດ ນໍ້າຖ້ວມ, ໄດ້ໃຫ້ການຊ່ວຍເຫຼືອໃນການກໍ່ສ້າງ, ສ້ອມແປງໂຮງຮຽນ, ຂົວ-ທາງ, ສ້າງອາຊີບ, ມອບອຸປະກອນການຮຽນ-ການສຶກສາ, ອຸປະກອນກິລາ, ງົບປະມານ, ອຸປະກອນການແພດ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ແລະ ສິ່ງຕ່າງໆທີ່ຈໍາເປັນອີກຈໍານວນຫຼວງຫຼາຍ. ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ທ່ານ ປະທານ ສນຊ ຍັງມີບາງຄໍາເຫັນຕື່ມອີກວ່າ ໃຫ້ເອົາໃຈໃສ່ເພີ່ມທະວີບົດບາດເປັນເສນາທິການຢ່າງແຂງແຮງ ຊ່ວຍຄະນະປະຈໍາສູນກາງແນວລາວສ້າງຊາດ ໃນການຄົ້ນຄ້ວາ, ວິໄຈ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບາ, ເພື່ອຊອກວິທີແກ້ໄຂບັນຫາເສດຖະກິດທີ່ຫຍຸ້ງ ຍາກໃນປັດຈຸບັນ ແລະ ອານາຄົດຂ້າ່ງໜ້າ ເພື່ອປະກອບສ່ວນໃຫ້ລັດຖະບານ ໃນການຟຶ້ນຟູເສດຖະກິດໃຫ້ກັບສູ່ສະພາບປົກ ກະຕິ; ລົງເຄື່ອນໄຫວຕິດຕາມກວດກາ, ເກັບກໍາຫາງສຽງສັງຄົມ, ຄໍາຮ້ອງຂໍຄວາມເປັນທໍາ ໃນຂົງເຂດເສດຖະກິດ ແລະ ການ ຈັດຕັ້ງປະຕິບັດກົດໝາຍ ເພື່ອປະກອບໃສ່ໃນບົດຄໍາເຫັນຂອງຜູ້ຕາງໜ້າອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາ ຊົນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII; ພ້ອມດຽວກັນນັ້ນໃຫ້ສືບຕໍ່ປະກອບສ່ວນສ້າງຂະບວນການຕ່າງໆ ຕາມເງື່ອນໄຂຄວາມອາດສາມາດຕົວຈິງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແນ່ໃສ່ສ້າງໂອກາດ ແລະ ສິ່ງແວດລ້ອມອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃຫ້ມີບາດ ກ້າວຫັນປ່ຽນ ໃໝ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

info@lfnd.org.la | 021 213754 | (856-21) 453191