ໜ່ວຍພັກສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການນຳພາໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂື້ນໃນວັນທີ 24 ມີນາ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ສຸຣິປັນຍາ ຣາຊສົມບັດ ຮັກສາການຫົວໜ້າສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມມີສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູງກາງແນວລາວສ້າງຊາດ, ມີສະຫາຍ ນາງ ຄຳຈັນ ພົມແສງສະຫວັນ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີສະຫາຍເລຂາ-ຮອງເລຂາໜ່ວຍພັກບັນດາກົມ, ຫ້ອງການ ແລະ ສະມາຊິກພັກຂອງສູນຝຶກອົບຮົມ ພ້ອມດ້ວຍຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.
ສະຫາຍ ສຸຣິປັນຍາ ຣາຊສົມບັດ ໄດ້ຜ່ານບົດລາຍງາຍການເມືອງ ແລະ ບົດສຳຫຼວດການນຳພາລວມຂອງໜ່ວຍພັກ ໂດຍຫຍໍ້ ຊຶ່ງສະຫາຍໄດ້ໃຫ້ຮູ້ວ່າຕະຫຼອດໄລຍະ 3 ປີຜ່ານມາ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ພາຍໃນໜ່ວຍພັກ ດ້ວຍການເຂົ້າຮ່ວມຮັບຟັງການເຜີຍແຜ່ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເຮັດໃຫ້ສະມາຊິກພັກ-ພະນັກງານ ສາມາດເຊື່ອມຊຶມ ແລະ ກຳແໜ້ນ; ໄດ້ນຳພາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຮັດໃຫ້ໜ່ວຍພັກສູນຝຶກອົບຮົມ ໄດ້ຖຶກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2018-2019; ໄດ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ວິທີນຳພາຂອງຄະນະໜ່ວຍພັກ ແລະ ສ້າງເງື່ືອນໄຂຊຸກຍູ້ສົ່ງເສີມໃຫ້ສະມາຊິກພັກ-ພະນັກງານ ມີໂອກາດໄດ້ຮັບການບຳລຸງ, ຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ ໃນໄລຍະສັ້ນ ແລະ ໄລຍະຍາວຢູ່ທັງພາຍໃນ ແລະ ຕ່າງປະເທດ; ໄດ້ຊີ້ນຳ-ນຳພາ ສະມາຊິກພັກ-ພະນັກງານ ສ້າງຫຼັກສູດຝຶກອົບຮົມ ວຽກງານແນວລາວສ້າງຊາດ ໄລຍະ 45 ວັນສຳເລັດ. ກອງປະຊຸມຄັ້ງນີ້, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ສຸຣິປັນຍາ ຣາຊສົມບັດ ຮັກສາການຫົວໜ້າສູນຝຶກອົບຮົມ ເປັນຮັກສາການເລຂາໜ່ວຍພັກ ແລະ ສະຫາຍ ນາງ ພອນສະຫວັນ ສຸກສຸວັນກອນ ຮອງຫົວໜ້າສູນຝຶກອົບຮົມ ເປັນຮອງເລຂາໜ່ວຍພັກ.
ສະຫາຍ ຄຳໃບ ດຳລັດ ຮອງເລຂາຄະນະພັກ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ການເຄື່ອນໄຫວຂອງຄະນະໜ່ວຍພັກໃນໄລຍະຜ່ານມາ ແລະ ສະຫາຍໄດ້ເນັ້ນຕື່ມວ່າ: ໃຫ້ຄະນະໜ່ວຍພັກຊຸດໃໝ່ຈົ່ງເອົາໃຈໃສ່ຈັດຕັ້ງເຜີຍແຜ່ກອງປະຊຸມຂອງໜ່ວຍພັກຄັ້ງນີ້ ໃຫ້ສະມາຊິກພັກ-ພະນັກງານໄດ້ເຊື່ອມຊຶມ ແລະ ກຳແໜ້ນ ເພື່ອນຳໄປຜັນຂະຫຍາຍໃຫ້ເປັນແຜນການ, ໂຄງການ ແລະ ກິດຈະກຳລະອຽດ ຕິດພັນກັບວິຊາສະເພາະຂອງຕົນ; ສືບຕໍ່ສຶກສາອົບຮົມສະມາຊິກພັກ-ພະນັກງານ ໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ຢ່າງເລິກເຊິ່ງ, ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີທັດສະນະຫຼັກໝັ້ນຄຸນທາດການເມືອງໜັກແໜ້ນ, ເອົາໃຈໃສ່ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກ ໂດຍຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມີການແບ່ງວຽກງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ທຸກຄົນຢ່າງຈະແຈ້ງ; ຮັກສາຄວາມສາມັກຄີພາຍໃຍ ແລະ ພາຍນອກໃຫ້ແໜ້ນແຟ້ນ, ເພີ່ມທະວີການຕິດຕາມກວດກາແຜນງານ, ໂຄງການທີ່ໜ່ວຍພັກສູນຝຶກອົບຮົມ ຮັບຜິດຊອບ ໃຫ້ມີປະສິດທິຜົນ; ເອົາໃຈໃສ່ຊີ້ນຳ-ນຳພາ ອົງການຈັດຕັ້ງມະຫາຊົນໃຫ້ມີການເຄື່ອນໄຫວຕາມພາລະບົດບາດໜ້າທີ່ຂອງຕົນ, ເພື່ອເປັນກຳລັງແຮງໃຫ້ຄະນະໜ່ວຍພັກ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຂອງໜ່ວຍພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກສູນກາງແນວລາວສ້າງຊາດ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.