ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສະຫຼຸບໂຄງການ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ເມືອງລ້ອງຊານ ແຂວງໄຊສົມບູນ

ໃນວັນທີ 18 ກຸມພາ 2020 ນີ້, ທີ່ສູນຝຶກອົບຮົມ ບ້ານແກ່ວສາມີ ຈຸດສຸມໂພນສະຫວາດ 516 ເມືອງລ້ອງຊານ ແຂວງໄຊສົມບູນ ສນຊ ຮ່ວມກັບກຸ່ມບໍລິສັດ ພົງສະຫວັນ ໄດ້ຈັດກອງປະຊຸມສະຫຼຸບ-ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດໂຄງການທົດລອງ “ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ” ໂດຍເປັນປະທານກອງປະຊຸມຂອງ ທ່ານ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີບັນດາທ່ານຄະນະຮັບຜິດຊອບໂຄງການ ຂັ້ນສູນກາງ, ແຂວງ ແລະ ເມືອງ, ມີຜູ້ຕາງໜ້າຈາກ ສນຊ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ຕະຫຼອດຮອດພໍ່ແມ່ປະຊາຊົນເຂດຈຸດສຸມ 8 ບ້ານເຂົ້າ ຮ່ວມ.
ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການທົດລອງ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໂດຍໄດ້ກໍານົດເອົາຈຸດສຸມໂພນສະຫວາດ 516 ເປັນຈຸດທົດລອງສ້າງເປັນຕົວແບບໃນການຮຽນຮູ້ ແລະ ຖອດຖອນບົດຮຽນ, ໃນໄລຍະ 3 ປີ 2018-2020 ໂດຍເລີ່ມພັດທະນາແຕ່ນ້ອຍຫາໃຫ່ຍ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດໂຄງການທົດລອງ “ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ” ຕະຫຼອດໄລຍະຜ່ານມາໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງພົບປະການຈັດຕັ້ງບ້ານ ແລະ ຜູ້ຊົງຄຸນວຸດທິບັນດາເຜົ່າຂັ້ນບ້ານ ຢູ່ 8 ບ້ານເຂດພັດທະນາໂຄງການທົດລອງ, ໄດ້ເກັບກໍາຂໍ້ມູນ ແລະ ທາບທາມການເວນດິນໃນພຶ້ນທີ່ພັດທະນາໂຄງການ. ໄດ້ຈັດກອງປະຊຸມຄະນະຮັບຜິດຊອບໂຄງການ 3 ຂັ້ນ ເພື່ອສ້າງຄວາມເປັນເອກະພາບແຜນພັດທະນາໂຄງການ, ແຕ່ງຕັ້ງຄະນະວິຊາການລົງສໍາຫຼວດພຶ້ນທີ່, ວິໄຈດິນ, ນໍ້າ ແລະ ອາກາດ ເພື່ອນໍາເຂົ້າສູ່ການພັດທະນາດ້ານການກະສິກໍາ, ພາຍຫຼັງສໍາຫຼວດແລ້ວ ທັງສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈໍາ ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການທົດລອງ ລະຫວ່າງ ສູນກາງແນວລາວສ້າງຊາດ, ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ແນວລາວສ້າງຊາດ ແຂວງໄຊສົມບູນ ຄັ້ງວັນທີ 26 ທັນວາ 2017 ແລະ ໄດ້ວາງສີລະລຶກເປີດໂຄງການຢ່າງເປັນທາງການ ວັນທີ 27 ມີນາ 2018, ໂຄງການໄດ້ປຸກເຮືອນໃຫ້ປະຊາຊົນ ທີ່ທຸກຍາກ ແລະ ອານະຖາ 6 ຫຼັງ ມູນຄ່າ 160 ລ້ານກີບ, ມອບເບ້ຍໄມ້ກິນໝາກໃຫ້ແກ່ເມືອງຮົ່ມ 10.000 ຕົ້ນ ມູນຄ່າ 70 ລ້ານກີບ ແລະ ມອບເງິນສົດໃຫ້ກອງທຶນບ້ານ 150 ລ້ານ, ໄດ້ສໍາເລັດການສ້າງສູນຝຶກອົບຮົມ 1 ຫຼັງ, ເຮືອນພັກຂອງພະນັກງານ 2 ຫຼັງ, ໂຮມສະເຕ 1 ຫຼັງ, ໄດ້ລ້ຽງສັດໃຫຍ່ເຊັນ: ງົວພັນນົມ, ແບ້, ໝູປ່າ, ໄກ່-ເປັດ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ຮອງປະທານ ສນຊ ໄດ້ມີຄໍາເຫັນເນັ້ນບາງເນື້ອໃນວ່າ: ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນດີເດັ່ນຂອງກຸ່ມບໍລິສັດພົງສະຫວັນ ກໍ່ຄືຄະນະຮັບຜິດຊອບໂຄງການຂັ້ນແຂວງ, ເມືອງທີ່ໄດ້ລິເລີ່ມໃກ້ສິດຕິດແທດກັບປະຊາຊົນລາວບັນດາເຜົ່າໃນເຂດພັດທະນາໂດຍໃຫ້ຄວາມຮ່ວມມືເປັນເອກະພາບຈັດຕັ້ງປະຕິບັດໂຄງການທົດລອງ ຕະຫຼອດໄລຍະເກືອບ 3 ຜ່ານມາ ແລະ ທ່ານ ໄດ້ເນັ້ນທິດທາງແຜນການໃນຕໍ່ໄປນີ້ ຄະນະຮັບຜິດຊອບຂັ້ນສູນກາງ ຕ້ອງໄດ້ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ເພື່ອສືບຕໍ່ປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ; ປັບປຸງແບບແຜນວິທີເຮັດວຽກປະສານງານ, ປະຊຸມປຶກສາຫາລືແລກປ່ຽນບົດຮຽນຂອງຄະນະຮັບຜິດຊອບແຕ່ລະທ່ານ ພ້ອມກັນນັ້ນ, ຕ້ອງມີການຜັນຂະຫຍາຍຫັນເປັນອັນລະອຽດ. ສືບຕໍ່ຮ່ວມມືກັບກົມສົ່ງເສີມເຕັກນິກ ແລະ ການປຸງແຕ່ງ, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ໃນການຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມໃນຊົນນະບົດ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ-ທຸກຂະແໜງການສືບຕໍ່ປະກອບສ່ວນຮ່ວມໄມ້ຮ່ວມມືນໍາກັນ ເພື່ອເຮັດໃຫ້ໂຄງການດໍາເນີນໄປຢ່າງມີປະສິດທິຜົນ, ຍືນຍົງຕິດພັນກັບການພັດທະນາສີຂຽວ ໃນວາລະສຸດທ້າຍ ຄະນະໄດ້ຢ້ຽມຊົມເຂດພັດທະນະໂດຍສະເພາະແມ່ນຄອກລ້ຽງງົວນົມ, ແບ້, ໝູປ່າ, ໄກ່ເປັດ ແລະ ເຂດປູກໄມ້ກິນໝາກອື່ນໆ.

info@lfnd.org.la | 021 213754 | (856-21) 453191