ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສະໄໝສາມັນ ເທື່ຶອທີ 3 ສະພາປະຊາຊົນແຂວງ ສະຫວັນນະເຂດ ຊຸດທີ III

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໃນລະຫວ່າງວັນທີ 27-29 ກໍລະກົດ 2022 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ, ໂດຍມີ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ມີບັນດາສະມາ ຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ບັນດາເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ II ຄັ້ງນີ້ ເຊິ່ງຈະໄດ້ສຸມໃສ່ຄົ້ນຄວ້າພິຈາລະນາ, ຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນຕ່າງໆຂອງແຂວງເຊັ່ນ: ຮັບຟັງການລາຍງານຂອງທ່ານເຈົ້າແຂວງ; ຮັບຟັງການລາຍງານ ຂອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ; ຮັບຟັງການລາຍງານ ຂອງຫົວໜ້າພະແນກການເງີນແຂວງ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ຮັບຟັງການລາຍງານ ຂອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ກ່ຽວກັບ ການຄຸ້ມຄອງການຂຸດຄົ້ນແຮ່ທາດ ພາຍໃນແຂວງສະຫວັນນະເຂດ, ຮັບຟັງການລາຍງານ ຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບ ການປັບປຸງຄຸນນະພາບລະບົບການຮຽນ-ການສອນ ທຸກຊັ້ນທຸກສາຍ ໃນໄລຍະໃໝ່, ຮັບຟັງການລາຍງານ ຂອງຫົວໜ້າກອງບັນຊາການ ປກສ ແຂວງ ກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ຮັບຟັງການລາຍງານ ຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ ກ່ຽວກັບການປະຕິພັດພາລະບົດບາດການຕິດຕາມທົ່ວໄປ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ; ຮັບຟັງການລາຍງານ ຂອງປະທານສານປະຊາຊົນແຂວງ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຕັດສິນຄະດີແພ່ງ, ຄະດີອາຍາ, ກົນໄກຂອງການປະສານສົບທົບໃນການດຳເນີນຄະດີຂອງສານປະຊາຊົນແຂວງ, ສານປະຊາຊົນເຂດ ໂດຍຕິດພັນກັບວາລະແຫ່ງຊາດ; ຮັບຟັງການລາຍງານ ຂອງຫົວໜ້າພະແນກຍຸຕິທຳແຂວງ ກ່ຽວກັບ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານທະບຽນສານ ແລະ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃນໄລຍະຜ່ານມາ ພ້ອມທັງລາຍງານ ກ່ຽວກັບການຂຶ້້ນບັນຊີເຕົ້າໂຮມຊັບສິນ ທີ່ສານຕັດສິນຮິບເປັນຂອງລັດ ໃນໄລຍະຜ່ານມາ, ຮັບຟັງການລາຍງານ ຂອງຫົວໜ້າຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລ້ອມແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ໂດຍສະເພາະຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການກໍານົດເຂດປະເມີນທີ່ດິນ ແລະ ສິ່ງປຸກສ້າງ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງເອົາແຜນທີ່ດິນຈັດສັນເບື້ອງຕົ້ນຂອງແຂວງ ຮອດປີ 2025, ຮັບຟັງການລາຍງານການເຄື່ອນໄຫວໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II. ພາຍຫຼັງທີ່ໄດ້ຮັບຟັງການລາຍງານຂອງບັນດາພະແນກການແລ້ວ ກອງປະຊຸມຍັງໄດ້ຮັບຮອງ ມະຕິກອງປະຊຸມ ສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງ ເອົາການກໍານົດເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ປີ 2022, ຮັບຮອງ ເອົາບົດລາຍງານການ ເຄື່ອນໄຫວໃນໄລຍະແຕ່ກອງແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ຮັບຮອງເອົາມະຕິ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022. ພ້ອມນັ້ນ ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງຕື່ມອີກ.

 

info@lfnd.org.la | 021 213754 | (856-21) 453191