ໃນວັນທີ 18 ກຸມພາ 2021 ນີ້ ແນວລາວສ້າງຊາດແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສາມັນຄົບຄະນະກຳມະການແນວລາວສ້າງຊາດແຂວງ ຄັ້ງທີ 2 ສະໄໝທີ VII ຂຶ້ນທີ່ຫ້ອງປະຊຸມຊັ້ນ 5 ຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານ ທ່ານ ທອງສະຫວັນ ທຳມະວົງ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ເປັນກຽດເຂົ້າຮ່ວມ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີບັນດາທ່ານກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ອົງການຈັດຕັ້ງພາຄີ, ອາດິດການນຳຂັ້ນແຂວງ-ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເຂົ້າຮ່ວມ.
ທ່ານ ອາໄຊ ລາວລີ ຮອງປະທານແນວລາວສ້າງຊາດແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດແຂວງ ປະຈຳປີ 2020 ແລະ ທິດທາງ-ແຜນການເຄື່ອນໄຫວ ປະຈຳປີ 2021 ເຊິ່ງໄດ້ຍົກໃຫ້ເຫັນເຖີງຜົນງານດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນຕະຫຼອດໄລ
ຍະ 1 ປີຜ່ານມາ. ພ້ອມດຽວກັນນັ້ນ, ທ່ານ ນາງ ຈັນຫຼ້າ ສຸລິຍະວົງ ຮອງຫົວໜ້າຂະແໜງຄົ້ນຄວ້ານະໂຍບາຍ-ພະນັກງານ ຕາງໜ້າຄະນະຈັດຕັ້ງແຂວງ ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 123/ຄພຂ.ຜລ, ລົງວັນທີ 17 ມັງກອນ 2021 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການແນວລາວສ້າງຊາດແຂວງຜົ້ງສາລີ ສະໄໝທີ VII, ມະຕິຕົກລົງ ສະບັບເລກທີ 124/ຄພຂ.ຜລ, ລົງວັນທີ 17 ມັງກອນ 2021 ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຄະນະປະຈຳແນວລາວສ້າງຊາດແຂວງ ສະໄໝທີ VII ແລະ ມະຕິຕົກລົງ ສະບັບເລກທີ 159/ຄພຂ.ຜລ, ລົງວັນທີ 20 ມັງກອນ 2021 ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຄະນະກວດກາແນວລາວສ້າງຊາດແຂວງ ແລະ ບັນດາເນື້ອໃນເອກະສານທີ່ສຳຄັນຂອງຄະນະກຳມະການແນວລາວສ້າງຊາດແຂວງ ສະໄໝທີ VII ຕື່ມອີກ.
ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະສັນເລືອກເອົາທ່ານ ນາງ ວັນມະນີ ຫານນະວົງ ເປັນຄະນະກຳມະການແນວລາວສ້າງຊາດແຂວງ, ເປັນຮອງປະທານ, ຄະນະປະຈຳແນວລາວສ້າງຊາດແຂວງ ສະໄໝທີ VII. ແຕ່ງຕັ້ງທ່ານ ນາງ ລາວັນ ນາມມະສານ ເປັນຄະນະກຳມະການແນວລາວສ້າງຊາດແຂວງ ແລະ ແຕ່ງຕັ້ງທ່ານ ຄຳອ້ວນ ອູດວງວິໄລ ເປັນຮອງປະທານແນວລາວສ້າງຊາດແຂວງ ທີ່ບໍ່ປະຈຳການ ຕື້ມອີກ.
ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ເຈົ້າແຂວງຜົ້ງສາລີ ຕື່ມອີກ.