ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສາມັນຄົບຄະນະກຳມະການສູນກາງ ແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ X

ກອງ​ປະຊຸມ​ສາມັນ​ຄົບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ຄັ້ງ​ທີ 5 ສະໄໝ​ທີ X ໄດ້​ຈັດ​ຂຶ້ນ​ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ໃນ​ລະຫວ່າງ​ວັນ​ທີ 11-12 ສິງ​ຫາຜ່ານມາ​ນີ້ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ສະຫາຍ ໄຊ​ສົມ​ພອນ ພົມວິຫານ ກຳ ມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ​ພະ​ເຖລານຸ​ເຖລະ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຮອງ​ປະທານ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ, ນະຄອນຫຼວງ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ສະຫາຍ ຄຳໃບ ດຳລັດ ກຳມະການ​ສູນ​ກາງ​ພັກ ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການ ເຄື່ອນໄຫວ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ປີ 2019-2020 ແລະ ທິດ​ທາງ​ແຜນການ ປີ 2020-2021  ຊຶ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ອັນ​ພົ້ນ​ເດັ່ນ​ໃນ​ຫຼາຍ​ດ້ານ ໃນ​ການເຄື່ອນໄຫວ​ວຽກ​ງານ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ໃນ​ປີ 2019 ໄດ້​ລົງ​ຊຸກຍູ້​ວຽກ​ງານ​ແນວ​ລາວ​ສ້າງ​ຊາດ, ວຽກ​ງານ​ສາ​ສະ​ໜາ, ວຽກ​ງານ​ຊົນເຜົ່າ, ວຽກ​ງານ​ຊັ້ນ​ຄົນ​-​ອົງການ​ຈັດ​ຕັ້ງ​ສັງຄົມ, ວຽກ​ງານ​ການຈັດຕັ້ງ​ພະນັກງານ, ວຽກ​ງານ​ກວດກາ, ວຽກ​ງານ​ໂຄສະນາ, ວຽກ​ງານ​ສູນ​ຝຶກ​ອົບຮົມ ແລະ ​ວຽກ​ງານ​ຄະນະ​ທີ່​ປືກ​ສາ​ຢູ່​ຂັ້ນ​ທ້ອງ​ຖີ່​ນ​ຮາກ​ຖານ​, ໄດ້​ສົມທົບ​ກັບ​ແນວ​ລາວ​ສ້າງ​ຊາດ​ນະຄອນຫຼວງ ແລະ ບັນດາ​ແຂວງ​ທົ່ວ​ປະເທດ ເກັບ​ກຳ​ຂໍ້​ມູນ ວັດ, ໂບດ, ພະສົງ​ ໃນ​ທົ່ວ​ປະເທດ, ແນວ​ລາວ​ສ້າງ​ຊາດ​ບັນດາ​ແຂວງ ແລະ ນະຄອນຫຼວງ​ຈຳນວນ​ໜຶ່ງ​ໄດ້​ສຳເລັດ​ການ​ດຳເນີນ​ກອງ​ປະຊຸມ​ສາມັນ​ຄົບ​ຄະນະ​ສາມັນ​ຄົບ​ຄະນະ​ກຳມະການ​ແນວ​ລາວ​ສ້າງ​ຊາດໃນ​ຂັ້ນ​ຂອງ​ຕົນ ​ເພື່ອ​ແນໃສ່​ສ້າງ​ຄວາມ​ເຂັ້ມ ແຂງ​ຕໍ່​ວຽກ​ງານ​ແນວ​ລາວ​ສ້າງ​ຊາດ​ໃນ​ໄລຍະ​ໃໝ່. ໃນ​ວຽກ​ງານ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ປົກ​ປັກ​ຮີດຄອງ​ປະເພ ນີ​ອັນ​ດີງາມ​ຂອງ​ຊາດ ແລະ ເອກະລັກ​ຂອງ​ແຕ່​ລະ​ຊົນເຜົ່າ​ໄດ້​ຄົ້ນຄວ້າ​ປັບປຸງ​ເອກະສານ​ຝຶກ​ອົບ​ຮົບ​ວິຊາ​ການ​ກວດກາ​ພັກ-ກວດ ກາ​ລັດ ແລະ ວຽກ​ງານ​ກວດກາ​ຂອງ​ແນວ​ລາວ​ສ້າງ​ຊາດ ສຳເລັດ​ການ​ຄົ້ນ​ຄ້​ວາ​ອອກ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ພົວພັນ​ລະຫວ່າງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກັບ​ຄະນະ​ປະຈຳ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ; ຂໍ້ກຳນົດ​ວ່າ​ດ້ວຍ​ການ​ຄົ້ນຄວ້າ​ຄຳ​​ຮ້ອງ, ຄຳ​ສະເໜີ​ຂອງ​ພົນ ລະເມືອງ ນິຕິບຸກຄົນ, ບຸກຄົນ ແລະ ການຈັດຕັ້ງ, ຮັບ​ຄຳ​ເຫັນ ຄຳ​ສະເໜີ​ຂອງ​ປະຊາຊົນ ແລະ ເອົາໃຈໃສ່​ປະສານ​ສົມທົບ​ການ​ໄກ່​ເກ່ຍ​ແກ້​ໄຂ​ບັນຫາ​ຕ່າງໆ​ຕາມ​ພາລະ​ບົດບາດ​ໜ້າທີ່​ຂອງ​ຕົນ. ໃນ​ທິດ​ທາງ​ລວມ ແລະ ຄາດໝາຍ​ສູ້​ຊົນ ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ອົງການ ແລະ​ພະນັກງານ​ທີ່​ເຮັດ​ວຽກ​ແນວ​ລາວ​ສ້າງ​ຊາດ​ດ້ວຍ​ຮູບ​ການ​ຍົກ​ລະດັບ​ວຽກ​ງານ​ວິຊາ​ສະເພາະ​ໄລຍະ​ສັ້ນ ໄລຍະ​ຍາວ ຢູ່​ພາຍ​ໃນ​ ແລະ ​ຕ່າງປະເທດ​ນັບ​ທັງ​ສູນ​ກາງ​ ແລະ ​ທ້ອງ​ຖິ່ນ. ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ ແລະ ​ປົກ​ປັກ​ຮັກສາ​ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ ຂອງ​ເຜົ່າ​ ຫັນ​ລົງ​ຮາກ​ຖານ​ປະຕິບັດ​ບົດບາດ​ຕິດ​ຕາມ​-​ກວດກາ​ຂອງ​ແນວ​ລາວ​ສ້າງ​ຊາດ​ເພື່ອ​ກຳ​ແໜ້ນ​ແນວ​ຄິດ​ຈິດໃຈ ແລະ ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ບັນດາເຜົ່າ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ໃນ​ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​ປະກອບ​ຄຳ​ຄິດ ຄຳ​ເຫັນ​ຈາກ​ຕາງ​ໜ້າ​ອົງການ​ຈັດ​ຕັ້ງ​ມະຫາຊົນ ໃນ​ການ​ປຸກລະດົມ​ມະຫາຊົນ​ເຂົ້າ​ຮ່ວມ​ສ້າງ​ຂະ ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຂອງ​ຊາດ ແລະ ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ. ຕາງ​ໜ້າ​ແນວ​ລາວ​ສ້າງ​ຊາດ​ຈາກ​ແຂວງ​ຕ່າງໆ​ໄດ້​ປະກອບ​ຄຳ​ເຫັນ​ໃນ​ຫົວຂໍ້​ຕ່າງໆ​ທີ່​ພົ້ນ​ເດັ່ນ​ພາຍ​ໃນ​ແຂວງ​ເປັນຕົ້ນ ການ​ຊຸກຍູ້​ປະຊາຊົນ​ບັນດາເຜົ່າ​ໃນ​ການ​ປູກ​ຊາ​ຂຽວ​ເປັນ​ສິນ​ຄ້າ​ຂອງ​ແຂວງ​ຜົ້ງ​ສາລີ, ຂະບວນ​ການ​ສ້າງ​ຄອບຄົວ​ຕົວ​ແບບ ແລະ​ ບ້ານ​ສະ​ມາ​ຄີ​ປອງ​ດອງ​ຕິດ​ພັນ​ກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາເຜົ່າ​ຢູ່​ແຂວງ​ໄຊ​ສົມ​ບູນ.ຂະບວນ​ການ​ສ້າງ​ຄອບຄົວ​ ແລະ ​ບ້ານ​ສາ​ມັກຄີປອງ​ດອງ​ຢູ່​ແຂວງ​ເຊ​ກອງ. ການ​ປັບປຸງ​ກົງ​ຈັກ​ການ​ຈັດຕັ້ງ​ຂົງເຂດ​ແນວ​ລາວ​ສ້າງ​ຊາດ​ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ.ພ້ອມ​ນີ້​ຜູ້​ແທນ​ກອງ​ປະຊຸມ​ຍັງ​ໄດ້​ປະກອບ​ຄຳ​ເຫັນ​ຕໍ່​ບົດ​ສະຫຼຸບ ບົດ​ລາຍ​ງານ​ເພື່ອ​ໃຫ້​ຄົບ​ຖ້ວນ​ສົມ​ບູນ.

info@lfnd.org.la | 021 213754 | (856-21) 453191