ສູນກາງແນວລາວສ້າງຊາດ

Lao Front For National Development

ສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ສະຫຼຸບວຽກງານເຄິ່ງສະໄໝ

ກອງປະຊຸມສາມັນຄະນະບໍລິຫານງານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝທີ XIV ໄດ້ຈັດຂຶ້ນຢູ່ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ໂດຍການເປັນປະທານ ຂອງທ່ານ ນາງ ແພງພັນ ບຸບຜາພອນ ກຳມະການພັກ, ປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ; ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ກຳມະການປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ; ມີບັນດາສະຫາຍເລຂາໜ່ວຍພັກກົມ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກແມ່ຍິງ ຂອງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ ໃນວັນທີ 15 ມີນາ 2023.

ກອງປະຊຸມໄດ້ຮັບຟັງການຕີລາຄາການຊີ້ນຳ ແລະ ຜົນງານໃນການເຄື່ອນໄຫວວຽກງານຮອບດ້ານ, ສະຫຼຸບການຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ໃນໄລຍະເຄິ່ງສະໄໝຜ່ານມາ ແລະ ທິດທາງແຜນການເຄິ່ງສະໄໝໃນຕໍ່ໜ້າ, ການສະຫຼຸບຕີລາຄາການເຄື່ອນໄຫວວຽກງານກອງທຶນຟາກປະຢັດຊ່ວຍເຫຼືອເຊິ່ງກັນ ແລະ ກັນປະຈຳປີ 2022; ເຊິ່ງໄດ້ຍົກໃຫ້ເຫັນວ່າ: ສະຫະພັນແມ່ຍິງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນເຊິ່ງໄດ້ນໍາພາ ແລະ ຊຸກຍູ້ ໃຫ້ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມເຊື່ອມຊຶມເອກະສານສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງຄະນະພັກ; ຊຸກຍູ້ໃຫ້ສະມາຊິກຜູ້ທີ່ມີເງື່ອນໄຂສ້າງລາຍຮັບ ໂດຍສະເພາະແມ່ນການປູກຝັງ, ລ້ຽງສັດ, ຕຳຫູກ, ຄ້າຂາຍຍ່ອຍ, ເຮັດອາຫານ ແລະ ດໍາເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍ ເພື່ອແກ້ໄຂເສດຖະກິດຄອບຄົວ ໃຫ້ໄດ້ຮັບການພັດທະນາດີຂຶ້ນ; ໄດ້ເອົາໃຈໃສ່ຕໍ່ວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັ້ນ ແລະ ຂະບວນການແຂ່ງຂັນອົງການຈັດຕັ້ງມະຫານຊົນອື່ນໆ. ພ້ອມກັນນັ້ນ ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ.

info@lfnd.org.la | 021 213754 | (856-21) 453191