ຄະນະບໍລິຫານງານຊາວໜຸ່ມ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສາມັນ ຄັ້ງທີ 3 ສະໄຫມທີ VIII ຂອງຄະນະບໍລິຫານງານຊາວໜຸ່ມ ສູນກາງແນວລາວສ້າງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ວັນດີ ຈັນສົມບັດ ກຳມະການພັກ ສນຊ, ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມ ສນຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ກຳມະການ ປະຈຳພັກ ຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຜູ້ຕາງໜ້າຄະນະໜ່ວຍພັກອ້ອມຂ້າງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະສະມາຊິກຊາວໜຸ່ມ ເຂົ້າຮ່ວມ ທີ່ສູນຝຶກອົບຮົມ, ໃນວັນທີ 3 ກຸມພາ 2023 ນີ້.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວ ວຽກງານຊາວໜຸ່ມ ປະຈໍາປີ 2022 ແລະ ແຜນວຽກຈຸດສຸມປີ 2023, ໄດ້ຮັບຟັງການປະກອບຄໍາເຫັນຂອງໜ່ວຍຊາວໜຸ່ມທີ່ເປັນຕົວແບບດ້ານການບໍລິການສູນຝຶກອົບຮົມ ແລະ ວຽກງານກອງທຶນ ຂອງໜ່ວຍຊາວໜຸ່ມຫ້ອງການ 2; ໃນກອງປະຊຸມ ໄດ້ມີການປະກອບຄຳເຫັນຢ່າງກົງໄປກົງມາຢ່າງມີບັນຍາກາດຟົດຟື້ນ; ພ້ອມນີ້, ໄດ້ຜ່ານຂໍ້ຕົກລົງອະນຸມັດໃຫ້ສະມາຊິກຊາວໜຸ່ມຜູ້ທີ່ພົ້ນອາຍຸກະສຽນການເປັນສະມາຊິກຊາວໜຸ່ມ ຈຳນວນ 08 ສະຫາຍ ຍິງ 03 ສະຫາຍ ແລະຍ້ອງຍໍສະມາຊິກຊາວໜຸ່ມ ທີ່ມີຜົນງານພົ້ນເດັ່ນໃນວຽກງານຂະບວນ ການຊາວໜຸ່ມໃນໄລຍະ 1 ປີຜ່ານມາ ຈຳນວນ 05 ສະຫາຍ;
ໂອກາດນີ້, ໂອ້ລົມຕໍ່ກອງປະຊຸມທ່ານ ຮອງປະທານ ສນຊ ໄດ້ຍົກໃຫ້ເຫັນບົດບາດຂອງຊາວໜຸ່ມ ເພື່ອຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ ດ້ວຍປະສິດທິພາບ ແລະຄຸນນະພາບຂອງວຽກງານທີ່ສູງກ່ວາເກົ່າ ແລະ ຄະນະຊາວໜຸ່ມ ຕ້ອງຖືເອົາວຽກງານການເມືອງ-ແນວຄິດເປັນບັນຫາສໍາຄັນ ເພື່ອສຶກສາອົບຮົມສະມາຊິກຊາວໜຸ່ມ ໃນເງື່ອນໄຂທີ່ປະ ເທດຊາດພວກເຮົາມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ; ພ້ອມນີ້, ທ່ານໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານຊາວໜຸ່ມ, ບັນດາໜ່ວຍຊາວໜຸ່ມ ແລະສະມາຊິກຊາວໝຸ່ມ ພາຍໃນສູນກາງແນວລາວສ້າງຊາດ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ ນໍາພາມະຫາຊົນປະຕິບັດ 2 ວາລະແຫ່ງຊາດ ແລະຍົກສູງບົດບາດການນຳພາສະມາຊິກຊາວໜຸ່ມ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ຄື: ບຸກດ້ານແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນ, ບຸກດ້ານການກໍ່ສ້າງການຈັດຕັ້ງ ແລະບຸກດ້ານວິຊາຊີບວຽກເຮັດງານທຳ ໃຫ້ປະກົດຜົນເປັນຈິງ ແລະໄປຕາມທິດທາງແຜນການຂອງຄະນະບໍລະຫານງານທີ່ໄດ້ວາງໄວ້.
ບກ: ຈິດຕະພົງ
ຂ່າວ: ດວງມະນີ
ພາບ: ສຸວັນລີ