ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານເສດຖະກິດ ແລະ ກອງທຶນສາມັກຄີພັດທະນາ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສຳມະນາລະດົມຄວາມຄິດເຫັນກ່ຽວກັບການສ້າງລາຍຮັບເພີ່ມເຕີມ ຂອງແນວລາວສ້າງຊາດ ຕິດພັນກັບການສ້າງຄວາມເຂົ້າໃຈ ແລະ ຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ຂຶ້ນທີ່ສວນພຸໄທ ທີລະ ໃນວັນທີ 20 ມິຖຸນາ 2022 ນີ້, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ມີທ່ານ ສຈ.ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດຜູ້ບໍ່ປະຈຳການ, ຫົວໜ້າຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານເສດຖະກິດ ແລະ ກອງທຶນສາມັກຄີພັດທະນາ, ມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານເສດຖະກິດ ແລະ ກອງທຶນສາມັກຄີພັດທະນາ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງ ມະຕິກ່ຽວກັບວຽກງານການສ້າງລາຍຮັບເພີ່ມເຕີມ ຂອງແນວລາວສ້າງຊາດ ໃນໄລຍະໃໝ່, ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເຊັ່ນ: ໄພເງີນເຟີ້, ນ້ຳມັນແພງ ແລະ ຄ່າຄອງຊີບສູງ; ບັນຫາຜົນກະທົບດ້ານເສດຖະກິດ-ການເງິນ ຕໍ່ບັນດາຊັ້ນຄົນໃນສັງຄົມລາວ. ພ້ອມກັນນີ້, ບັນດາທ່ານທີ່ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນນຳກັນ ຕໍ່ບັນດາເນື້ອໃນເອກະສານຢ່າງກົງໄປກົງມາ ເປັນຕົ້ນແມ່ນສາເຫດຕົ້ນຕໍ ແລະ ບາງທັດສະນະແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ ຢູ່ ສປປ ລາວ.
ໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນເນັ້ນຕໍ່ກອງປະຊຸມຕື່ມວ່າ: ໃຫ້ສືບຕໍ່ເຕົ້າໂຮມຄວາມສາມັກຄີປອງດອງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ສຶກສາອົບຮົມ, ປຸກລະດົມພະນັກງານອ້ອມຂ້າງຂອງຕົນ-ປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມເຂົ້າໃຈຕໍ່ສະພາບການ, ເຂົ້າໃຈຕໍ່ມາດຕະການ ແລະ ຮ່ວມແຮງຮ່ວມໃຈກັນຜ່ານຜ່າບັນຫາຄວາມຫຍຸ້ງຍາກໃນຄັ້ງນີ້ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ; ສົ່ງເສີມການລົງທຶນ, ສົ່ງເສີມການຜະລິດກະສິກຳ ເປັນສິນຄ້າ ເພື່ອສາມາດສ້າງລາຍຮັບໃຫ້ປະຊາຊົນ ແລະ ໃຫ້ຄະນະກຳມະການສູນກາງແນວລາວສ້າງຊາດ ຄົ້ນຄວ້າບັນດາແຜນງານ, ໂຄງການ ແລະ ກິດຈະກຳ ເພື່ອຈັດຕັ້ງປະຕິບັດ ເປັນຕົ້ນແມ່ນກິດຈະກຳໃນການບໍລິການ ແລະ ການທ່ອງທ່ຽວ ເພື່ອພັດທະນາກອງທຶນສາມັກຄີພັດທະນາ ຂອງແນວລາວສ້າງຊາດ, ເພື່ອສ້າງລາຍຮັບໃຫ້ປະຊາຊົນ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
ຂ່າວ+ພາບ: ເຢ້
ບກ: ອິນທະຫວາ