ກອງປະຊຸມສ່ອງແສງອົງການພາຄີຂັ້ນສູນກາງ ໄດ້ຈັດຂຶ້ນທີ່ສະຫະພັນນັກຮົບແຫ່ງຊາດລາວ ໃນວັນທີ 28 ກັນຍາ 2023 ນີ້; ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ; ທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ; ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ມີ ຕາງໜ້າຈາກອົງການພາຄີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ຮັບຟັງການລາຍງານກ່ຽວກັບຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານ ໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ຂອງແຕ່ລະອົງການໂດຍສັງເຂບ. ນອກນັ້ນ, ໄດ້ຕີລາຄາຄືນກ່ຽວກັບບາງຜົນສຳເລັດໃນການຈັດຕັ້ງປະຕິບັດເນື້ອໃນ 4 ຮ່ວມຂອງ 5 ອົງການຄື: ຮ່ວມກັນສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ເພື່ອປະກອບສ່ວນເຂົ້າໃນຂະບວນການຕ່າງໆຂອງພັກ-ລັດ ແລະ ປະກອບສ່ວນເຂົ້າໃນການແກ້ໄຂປະ ກົດການຫຍໍ້ທໍ້ຕ່າງໆຂອງສັງຄົມ; ຮ່ວມກັນຕິດຕາມກວດກາ, ສ່ອງແສງ ແລະໃຫ້ຄຳປຶກສາ ຕາມຂໍ້ກຳນົດ 01/ຄລສພ ວ່າດ້ວຍລະບຽບການຕິດຕາມກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ; ຮ່ວມກັນຄົ້ນຄວ້າຫົວຂໍ້ການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຮ່ວມກັນສ້າງການຫັນປ່ຽນໃນການແກ້ໄຂຄວາມຫຍຸ້ງຍາກ ແລະ ສ້າງລາຍຮັບຮ່ວມກັນ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາຕໍ່ບັນດາເນື້ອໃນການຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຕື່ມອີກ.
ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາອົງການສາມາດຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕໍ່ກອງປະຊຸມຕື່ມວ່າ: ໃຫ້ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ 4 ຮ່ວມຂອງ 5 ອົງການໃຫ້ໄດ້ຮັບຜົນສຳເລັດ ແລະ ເປັນຮູບປະທຳ. ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ປະຊາຊົນລາວບັນດາເຜົ່າ, ຊາວຜູ້ອອກແຮງງານ-ກຳມະກອນ, ຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄວາມສາມັກ ຄີກັນ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ຮ່ວມກັນຜ່ານຜ່າໃນໄລຍະທີ່ປະເທດຂອງພວກເຮົາພວມພົບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ໃຫ້ແຕ່ລະພາກສ່ວນຮ່ວມກັນສືບຕໍ່ສ້າງຂະ ບວນການ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ.
