ສູນຝຶກອົບຮົມສູນກາງແນວລາວສ້າງຊາດ (ສນຊ) ໄດ້ສໍາເລັດການຈັດກອງປະຊຸມຮັບຮອງເອກະສານຝຶກອົບຮົມ 45 ວັນ ກ່ຽວກັບວຽກງານໂຄສະນາ ແລະ ວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມຂຶ້ນ ທີ່ແຂວງບໍລິຄໍາໄຊ ໃນວັນທີ 26-27 ຕຸລາ 2020ນີ້ ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານ ສນຊ, ຜູ້ຊີ້ນໍາວຽກງານສູນຝຶກອົບຮົມ, ມີທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງ ບໍລິຄໍາໄຊ ພ້ອມດ້ວຍ 7 ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເອກະສານທີ່ນໍາມາຄົ້ນຄວ້າປຶກສາຫາລືໃນການຮັບຮອງຄັ້ງນີ້ມີ 8 ບົດໃນນັ້ນວຽກງານໂຄສະນາ 1 ໂມດູນ ມີ 4 ບົດ ແລະ ວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ 1 ໂມດູນ ມີ 4 ບົດ.