ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມຮ່ວມລະຫວ່າງຄະນະປະຈໍາ ສະພາແຫ່ງຊາດ ແລະ ສູນກາງແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດ ແລະ ອົງການພາຄີ ພົບປະລາຍງານ ໃຫ້ຄະນະປະຈໍາສະພາແຫ່ງຊາດ ເພື່ອຊາບວ່າ ຕາມທິດຊີ້ນໍາກ່ຽວກັບ ການກະກຽມບົດລາຍງານການສະຫຼຸບຕີລາຄາການຕິດຕາມກວດກາຂອງສູນກາງແນວລາວສ້າງຊາດ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ, ສະພາປະຊາຊົນຂັັ້ນແຂວງ ແລະ ສະມາຊິກສະພາແຫ່ງຊາດ ທີ່່ຈະລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 4 ຂອງສະພາແຫ່ງຊາດ ຊຸດທ IX ທີ່່ຈະມາເຖິງນີ້ ໂດຍການເປັນປະທານຮ່ວມຂອງທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງນແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສູນກາງຊາວໜູ່ມປະຊາຊົນ ປະຕິວັດລາວ, ສູນກາງສະຫະພັນກໍາມະບານລາວ ແລະ ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ສະພາແຫ່ງຊາດ ວັນທີ 14 ພະຈິກ 2022 ນີ້.

ກອງປະຊຸມຮ່ວມຄັ້ງນີ້, ໄດ້ຮັບຟັງການສະຫຼຸບຕີລາຄາການຕິດຕາມກວດກາ ຂອງສູນກາງແນວລາວສ້າງຊາດ ຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກສະພາແຫ່ງຊາດ; ພ້ອມກັນນັ້ນໄດ້ປຶກສາຫາລືວຽກງານອື່ນຈໍານວນຫນຶ່ງໂດຍສະເພາະແມ່ນແຜນການພັດທະນາເສດຖະກິດ-ສັງຄົມ ປີ 2022-2026 ແກ້ໄຂບັນຫາເສດຖະກິດມະຫາພາກຄື: ເງິນເຟິ້ໃຫ້ຫຼຸດລົງ, ຄ່າຄອງຊີບສູງທີ່ສົ່ງຜົນກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນລາວ, ນໍ້າມັນແພງ ຕິດພັນ 2 ວາລະແຫ່ງຊາດ ແລະ ສະເໜີໃຫ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ, ແກ້ໄຂແຮງງານ, ສີມືຄົນລາວ, ແກ້ໄຂໄພວ່າງງານ ໃຫ້ແຕ່ລະພາກສ່ວນນໍາໃຊ້ແຮງງານຄົນລາວ,  ຕໍ່ວຽກງານການຄຸ້ມຄອງພັດທະນາທີ່ດີນ ໂດຍສະເພາະແມ່ນການຈັດສັນທີ່ດີນ, ການບຸກລຸກເຂດປ່າສະຫງວນແຫ່ງຊາດ; ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຕໍ່ວຽກງານສິ່ງແວດລ້ອມ ແລະ ອື່ນໆ.

ພ້ອມກັນນີ້, ທ່ານ ປະທານ ສນຊ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຄະນະປະຈໍາ ສະພາແຫ່ງຊາດ ທີແນວລາວສ້າງຊາດ ແລະ ອົງການພາຄີໄດ້ມີສ່ວນຮ່ວມໃນການຕິດຕາມກວດກາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ເຂັ້ມແຂງ ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລື ແລະ ຮ່ວມກັນຊອກຫາວິທີແກ້ໄຂບັນຫາເຄັ່ງຮ້ອນຮີບດ່ວນ ທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ; ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດຫມາຍ ຂອງບັນດາອົງການລັດຂັ້ນຕ່າງໆ; ເພື່ອສ້າງຄວາມເປັນເອກະພາບ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໃນການແກ້ໄຂບັນຫາຕ່າງໆ ໃຫ້ສອດຄ່ອງກັບ ແນວທາງນະໂຍບາຍ, ລັດຖະທໍາມະນູນ ແລະ ກົດຫມາຍ.

ບກ: ໄພຈິດ

ຂ່າວ+ພາບ: ສຸວັນລີ

 

info@lfnd.org.la | 021 213754 | (856-21) 453191