ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມເຊື່ອມຊຶມເອກະສານປັບປຸງປົວແປງພັກ ເພື່ອກະກຽມກອງປະຊຸມໃຫຍ່ ໜ່ວຍພັກ ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ.

ໃນວັນທີ 10 ມີນາ 2020 ນີ້, ອົງການແນວລາວສ້າງຊາດແຂວງວຽງຈັນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂັ້ນແຂວງ ໄດ້ຈັດພິທີເຊື່ອມຊຶມເອກະສານປັບປຸງປົວແປງພັກ ເພື່ອກະກຽມກອງປະຊຸມໃຫຍ່ ໜ່ວຍພັກອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ໂດຍການເປັນປະທານຂອງ ທ່ານ ທອງສະຫວັນ ວົງສຳພັນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງວຽງຈັນ ທັງເປັນຜູ້ຊີ້ນຳອົງການຈັດຕັ້ງມາຫາຊົນ, ເຂົ້າຮ່ວມມີບັນດາກຳມະການພັກແຂວງ, ຄະນະຮັບຜິດຊອບຂັ້ນແຂວງ ເລຂາ, ຮອງເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ-ພະນັກງານ ພາຍໃນອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມາຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.


ໃຫ້ກຽດເຜີຍແຜ່ເອກະສານ ໂດຍທ່ານ ປະທານແນວລາວສ້າງຊາດແຂວງວຽງຈັນ ມີ 3 ເອກະສານຄື: ເອກະສານເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ແລະ ຕັ້ງໜ້າຝຶກຝົນຫຼໍ່່ຫຼອມ ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເຊິ່ງທ່ານໄດ້ຊີ້ແຈງລົງເລິກເຖິງຄວາມໝາຍຄວາມສຳຄັນຂອງແຕ່ລະເອກະສານ ພ້ອມທັງເນັ້ນໜັກວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ກຳແໜ້ນໄດ້ຄຸນທາດການເມືອງ ເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ເວົ້າລວມ, ເວົ້າສະເພາະ ກໍ່ຄືກອງປະຊຸມໃຫຍ່ໜ່ວຍພັກ ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ.

info@lfnd.org.la | 021 213754 | (856-21) 453191